ທາງການລາວເພີ້ມ ໂຄງການເຂື່ອນນ້ອຍ
2012.10.24

ຣັຖບານ ສປປ ລາວ ມີແຜນການ ຈໍາໜ່າຍ ກະແສໄຟຟ້າ ໃຫ້ປະຊາຊົນ ໃຫ້ໄດ້ 90% ຂອງຄົວເຮືອນໃນປີ 2020 ແລະ ຈະເປັນຫມໍ້ໄຟ ສຳລັບພລັງງານ ໃຫ້ແກ່ຂົງເຂດ ໃນອະນາຄົດ ດ້ວຍການສ້າງເຂື່ອນ ໄຟຟ້າ ໃນລາວ ຊື່ງນະໂຍບາຍ ດັ່ງກ່າວ ເປັນແຜນ ພັທນາເສຖກິດ ໃນການຊອກຫາແຫລ່ງທຶນ ແລະ ຄວາມຊ່ຽວຊານ ເພື່ອມາ ປະຕິບັດງານ ດ້ານນີ້ໃຫ້ບັນລຸ ເປົ້າຫມາຍ.
ທ່ານ ສຸຣິວົງ ດາຣາວົງ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ສປປລາວ ກ່າວຕໍ່ກອງປະຊຸມ ເວທີພລັງງານ ປະຈຳສັປດາ ຂອງ ປະເທດສິງກະໂປ ໃນມື້ນີ້ວ່າ ປັດຈຸບັນ ສປປລາວ ມີໂຄງການເຂື່ອນ ໄຟຟ້າ 10 ແຫ່ງ ກຳລັງ ທຳການກໍສ້າງ ແລະ ການກໍ່ສ້າງກໍຍັງ ຕ້ອງການນັກລົງທຶນ ແລະ ຄວາມຊ່ຽວຊານ ຈາກຕ່າງປະເທດຢູ່. ເຖິງຢ່າງໃດ ກໍຕາມ ທ່ານວ່າ ປະເທດ ສິງກະໂປ ພາດໂອກາດ ໃນການລົງທຶນ ໃນຂແນງນີ້ ໃນລາວ. ທ່ານວ່າ ຄູ່ຮ່ວມການລົງທຶນ ລາຍໃຫຍ່ ກໍມາຈາກ ປະເທດໄທ ຝຣັ່ງເສດ ແລະຈີນ ຕາມທີ່ທ່ານຮູ້ມາ ປະເທດ ສິງກະໂປ ເປັນພຽງແຕ່ຜູ້ຫາເງີນ ມາຮ່ວມສ້າງເຂື່ອນ ໄຟຟ້າ ນ້ຳເທີນສອງ ແລະ ເທີນຫີນບູນ ແຕ່ບໍ່ແມ່ນຜູ້ ລົງທຶນສ້າງເອງ.
ເກົາຫລີໃຕ້ ໄດ້ຊນະການປະມູນ ສ້າງເຂື່ອນ ທີ່ມີມູນຄ່າ 1 ຕື້ 2 ຮ້ອຍລ້ານ ໂດລາ ສະຫະຣັດ ໃນເຂດພາກໃຕ້ ຂອງລາວ ໃນມໍ່ໆມານີ້. ມາເລເຊັຽ ແລະ ອອສເຕຣເລັຽ ກໍມາປາກົດໂຕ ໃນໂຄງການ ສ້າງເຂື່ອນ ໃນລາວ.
ໃນອະນາຄົດ ທ່ານກ່າວວ່າ ຢາກເຫັນ ປະເທດສິງກະໂປ ມີບົດບາດ ໃນດ້ານນີ້ຫລາຍຂື້ນ ເຖິງຈະເປັນພຽງ ຜູ້ພັທນາໂຄງການ ຫລື ເປັນເຈົ້າຂອງໂຄງການ ຫລື ບໍຣິສັດ ກໍ່ສ້າງ ຜ່ານການ ປະມູນ ກໍຍັງດີ.