ຣັຖບານລາວກູ້ເງິນ ເພື່ອເອົາໜ້າ

ເຖິງວ່າ ຣັຖບານ ສປປລາວ ຈະສາມາດ ເປັນເຈົ້າພາບ ຈັດ ກອງປະຊຸມ ອາເຊັມ ສຳເຣັດ ໄປແລ້ວ ກໍຕາມ ແຕ່ຊາວລາວ ຍັງຄິດວ່າ ການໃຊ້ເງິນ ອັນມະຫາສານ ທີ່ ລາວເຮົາເອງ ບໍ່ມີ ແລ້ວໄປ ກູ້ຢືມມາ ເພື່ອຈັດ ເອົາໜ້ານັ້ນ ບໍ່ສົມຄວນ.
ອະວາຣີ
2012.11.07
F-Homestay ບ້ານພັກ ສໍາລັບ ຜູ້ນໍາ ຕ່າງປະເທດ ທີ່ຫາກໍປຸກແລ້ວ ແລະ ຈະຂາຍຕໍ່ ໃຫ້ນັກລົງທຶນ ໃນຂັ້ນຕໍ່ໄປ
Rungroj Yongrit/EPA

ຕົວຢ່າງ: ເພື່ອສ້າງເຮືອນພັກ ຫລູຫລາ ຣາຄາ ນັບຮ້ອຍລ້ານ ດອນລ່າ ສະຫະຣັຖ ເປັນການໃຊ້ເງິນ ທີ່ສິ້ນເປືອງ ແບບບໍ່ຄຸ້ມຄ່າ ແລະ ບໍ່ຈຳເປັນ. ຣັຖບານລາວ ຄວນໃຊ້ເງິນ ຈໍານວນນັ້ນ ເພື່ອໄປຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ຈະດີກວ່າ. ດັ່ງຄົນລາວ ຜູ້ນຶ່ງເວົ້າວ່າ:

“ໃນມຸມ ນຶ່ງ ຂ້ອຍກະຄິດວ່າ ການຈັດຕ້ອນຮັບ ກອງປະຊຸມ ມັນເກີນໄປ ຄືຍົກໂຕຢ່າງ ໃຫ້ເຫັນງ່າຍໆເລີຍ ຄືບ້ານພັກຢູ່ນຳ ອາເຊັມ ໃຊ້ເວລາຜູ້ນຳ ມານອນ ແຕ່ຄືນດຽວ ບໍ່ຈຳເປັນ ຕ້ອງກູ້ເງິນ ຈາກ ຣັຖບານຈີນມາສ້າງ ແລ້ວຕໍ່ໄປ ກະຈະເອົາໄປໃຊ້ ເຮັດຫຍັງ”.

ຣັຖບານ ສປປລາວ ໃຫ້ສັມປະທານ ທີ່ດິນ ຢູ່ຫາດດອນຈັນ ໃຫ້ແກ່ບໍຣິສັດຈີນ ເປັນເວລາ 50 ປີ ຕໍ່ໄດ້ອີກ 40 ປີ ລວມທັງໝົດ 90 ປີ ແລະ ບໍຣິສັດຈີນ ກໍໄດ້ລົງທຶນ ຫຼາຍສິບ ລ້ານດອນລ່າ ສະຫະຣັຖ ເພື່ອສ້າງເຮືອນພັກ ຫລູຫລາ 50 ຫລັງ ເພື່ອເປັນບ່ອນພັກເຊົາ ຂອງ ແຂກຜູ້ນຳ ຕ່າງປະເທດ ທີ່ມາຮ່ວມກອງປະຊຸມ ສຸດຍອດ ເອເຊັຍ-ຢູໂຣບ ຫລື ອາເຊັມ ທີ່ຫາກໍຫາຜ່ານພົ້ນໄປ ທີ່ ນະຄອນຫລວ ງວຽງຈັນ.

ເມື່ອສັປດາທີ່ແລ້ວ ຂ່າວແຈ້ງວ່າ ຫລັງຈາກກອງປະຊຸມ ອາເຊັມ ສິ້ນສຸດລົງ ບໍຣິສັດຈີນ ຈະປະກາດ ຂາຍເຮືອນພັກ ອັນຫລູຫລານັ້ນ ແຕ່ຂ່າວບໍ່ໄດ້ແຈ້ງ ຣາຍລະອຽດ ວ່າຈະຂາຍ ໃນຣາຄາ ເທົ່າໃດ.

ສຳຣັບການໃຊ້ຈ່າຍ ທັງໝົດ ເພື່ອຈັດກອງປະຊຸມ ອາເຊັມ ນັ້ນ ຣັຖບານລາວ ບໍ່ໄດ້ປະກາດ ຢ່າງແຈ່ມແຈ້ງວ່າ ໝົດເງິນເທົ່າໃດແທ້ ແຕ່ເມື່ອຄິດໄລ່ ເບິ່ງແລ້ວ ດັ່ງທີ່ໄດ້ສເນີ ໄປແດ່ແລ້ວນັ້ນ ຣັຖບານລາວ ຕ້ອງໃຊ້ເງິນ ຫລາຍຮ້ອຍລ້ານ ດອນລ່າ ສະຫະຣັຖ ຊຶ່ງສ່ວນຫລາຍ ເປັນເງິນ ຊ່ວຍເຫລືອລ້າ ແລະ ເງິນກູ້ຢືມ ຈາກຕ່າງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.