ວຽກງານອຸດສາຫະກັມ ສີຂຽວ ໃນເອເຊັຍ

10 ປະເທດ ເອເຊັຽ ປາຊີຝິກ ຈະສຶກສາ ກ່ຽວກັບ ການສ້າງ ວຽກງານ ຈາກ ອຸດສາຫະກັມ ທີ່ບໍ່ສົ່ງ ຜົລກະທົບ ຕໍ່ສິ່ງແວດລ້ອມ ໃນກອງປະຊຸມ ທີ່ ສຸຣາບາຍຢາ.
ສິດນີ
2012.08.27

ຣັຖບານ ກຸ່ມຜູ້ຈ້າງ ແຮງງານ ແລະ ຕົວແທນ ແຮງງານ ກັມມະກອນ ຈາກ 10 ປະເທດເອເຊັຽ ປາຊິຝິກ ຈະເປີດປະຊຸມ ທີ່ເມືອງ ສຸຣາບາຍຢາ ປະເທດ ອິນໂດເນເຊັຽ ໃນອາທິດນີ້ ເພື່ອສຶກສາ ຫົນທາງໃຫມ່ ໃນການສ້າງວຽກງານ ຈາກ ອຸດສາຫະກັມ ທີ່ບໍ່ສົ່ງ ຜົລກະທົບ ຕໍ່ສິ່ງແວດລ້ອມ ຫລື Green job ໃນຂົງເຂດ ທີ່ກຳລັງ ເລີ້ມບາດກ້າວ ເຂົ້າໃນການສ້າງ ວຽກງານ ທີ່ຈະບໍ່ສົ່ງ ຜົລກະທົບ ຕໍ່ສິ່ງແວດລ້ອມ ຊຶ່ງເປັນທັສນາ ການປ່ຽນແປງໃຫມ່ ສຳລັບແຮງງານ ແລະ ຜູ້ຈ້າງແຮງງານ ໃນອຸດສາຫະກັມ ຄາບອນຕ່ຳ ອາກາດບໍ່ມີ ໄອເສັຽ ແລະ ເສຖກິດ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ.

ການສ້າງວຽກງານ ສີຂຽວ ຫລື Green Job ເປັນກອງປະຊຸມ ຣະດັບຂົງເຂດ ຈະມີຂຶ້ນ ໃນມື້ວັນ 29 ຫາ 31 ເດືອນສິງຫາ ເປັນເຈົ້າພາບໂດຍ ຣັຖບານ ອິນໂດເນເຊັຽ ຮ່ວມກັບ ອົງການແຮງງານ ສາກົນ ທີ່ເມືອງ ສຸຣາບາຍຢາ ພາກຕາເວັນອອກ ຂອງ ເກາະຈາວາ. ຣັຖມົນຕຣີແຮງງານ ແລະ ການຍ້າຍຖິ່ນ ຂອງ ປະຊາຊົນ ທ່ານ ດຣ. ມູໄຮມິນ Muhaimin ອິສກັນດາ Iskanda ຈະເປັນປະທານ ເປີດກອງປະຊຸມ ຄາດວ່າຈະມີ ຜູ້ເຂົ້າຮ່ວມ ຈາກຂົງເຂດ ເອເຊັຍ ປາຊິຝິກ ກວ່າ 80 ຄົນ.

ອົງການ ແຮງງານສາກົນ ຫລື Ilo ອະທິບາຍ ກ່ຽວກັບ ວຽກງານສີຂຽວ ຫລື ວຽກງານຈາກອຸດສາຫະກັມ ທີ່ບໍ່ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ວ່າເປັນວຽກງານ ທີ່ເຫມາະສົມ ແລະ ສ້າງຣາຍໄດ້ ແບບຍຶນຍົງ ໃຫ້ແກ່ ປະຊາຊົນ ຈະບໍ່ສົ່ງ ຜົລກະທົບ ທາງລົບ ຕໍ່ສິ່ງແວດລ້ອມ ຈະເຮັດໃຫ້ສັງຄົມ ແລະ ເສຖກິດ ຫມັ້ນຄົງ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.