ແຂວງເຊກອງ ຈະຍ້າຍເມືອງຫລວງ ເພື່ອຫລີກລຽງ ໃຫ້ສ້າງເຂື່ອນ
2012.10.19
ທ່ານກ່າວ ໃນຕອນນຶ່ງວ່າ:
”ດຽວນີ້ກໍຄືບຫນ້າ ໄປ 16% ແລ້ວຂອງແຜນດຽວນີ້ ກໍາລັງດັດຜັງເນາະ ບຸກເບີກ ທະລຸແຜນຜັງ ຖືວ່າ ສຳເຣັດຫມົດ ແລ້ວຊີ່ ໄດ້ໂຍກຍ້າຍ ຊາວບ້ານ ກໍ່ສ້າງເຮືອນພັກຂອງຊາວ ບ້ານແລ້ວຈື່ງໄດ້ຍ້າຍເຂົ້າໄປຢູ່.”
ໂຄງການກໍ່ສ້າງເມືອງໃຫມ່ ເພື່ອຄວາມສດວກ ໃນການສ້າງເຂື່ອນ ແລະ ເພື່ອຂຍາຍໂຕເມືອງ ໂດຍເມືອງຫລວງໃຫມ່ນີ້ ຈະຕັ້ງຢູ່ຫ່າງຈາກ ເມືອງກະລຶມເກົ່າ ໄປທາງທິດຕາເວັນອອກ ໃນຣະຍະທາງ ປະມານ 35 ກິໂລແມັດ ໃນຂັ້ນທໍາອິດ ຄາດວ່າ ຈະໃຊ້ງົປມານ ປະມານ 35 ພັນລ້ານກີບ ສຳລັບການໂຍກຍ້າຍ ສຳນັກງານຣາຊການ ຕ່າງໆ ຮ່ວມທັງ ປະຊາກອນ ແລະ ຂັ້ນຕໍ່ໄປ ແມ່ນການປຸກສ້າງ ບ້ານເຮືອນ ໃຫ້ສົມບູນ ອາດຈະໃຊ້ ງົປມານ ທັງຫມົດ ປະມານ 1,200 ຕື້ກີບ.
ໂຄງການເຂື່ອນໄຟຟ້າ ເຊກອງ 4 ມີກໍາລັງຜລິດໄຟຟ້າ ປະມານ 300 ເມກາວັດ ເລີ້ມການສຳຣວດ ແຕ່ປີ 2008 ອິງຕາມເອກສານ ຂອງກະຊວງພລັງງານ ແລະ ບໍ່ແຮ່ ຄາດວ່າ ຈະມີຊາວບ້ານ ຖືກໂຍກຍ້າຍ ປະມານ 4 ພັນກວ່າຄົນ ຈາກການ ປະເມີນຜົລ ພົບວ່າ ເມືອງກະລຶມເກົ່າ ຈະຖືກນ້ຳຖ້ວມ ຫລັງຈາກສ້າງ ເຂື່ອນເຊກອງ 4 ທາງການຄາດວ່າ ເຂື່ອນດັ່ງກ່າວ ຈະສ້າງ ສຳເຣັດໃນປີ 2015.