ຊາວສວນ ຢາງພາລາ ຖືກກົດຣາຄາ
2012.10.16

ເຈົ້າຫນ້າທີ່ ກະສີກຳ ແລະ ປ່າໄມ້ ທີ່ແຂວງຫລວງນ້ຳທາ ເປີດເຜີຍວ່າ ປັດຈຸບັນ ການປູກຢາງພາລາ ທີ່ແຂວງຫລວງນ້ຳທາ ມີການຂຍາຍຕົວ ເພີ້ມຂື້ນ ແຕ່ບ່ອນ ຮັບຊື້ຢາງ ຈາກຊາວບ້ານ ມີແຕ່ບ່ອນດຽວ ທີ່ເປັນເຈົ້າຂອງ ໂດຍຄົນຈີນ ເຮັດໃຫ້ ຊາວກະສີກອນລາວ ຜູ້ປູກຢາງພາລາ ບໍ່ສາມາດຂາຍ ໃນຣາຄາສູງໄດ້ ດັ່ງ ທ່ານກ່າວ ໃນຕອນນື່ງວ່າ:
”ຣາຄາຫລຸດລົງ ປູກນີ້ຍັງມີ ຫລາຍຢູ່ ແຕ່ວ່າເຣື້ອງ ສ້າງໂຮງງານນີ້ ຍັງມີ ບໍຣິສັດດຽວ ບໍຣິສັດຢູນານນີ້ ຕັ້ງຢູ່ ຫລວງນ້ຳທາ ນີ້ແຫລະ ຕັ້ງຢູ່ເສັ້ນທາງ ໄປທາງບໍ່ແກ້ວ.”
ທ່ານວ່າ ເລີ້ມຕັ້ງແຕ່ ເດືອນກັນຍາຜ່ານມາ ຊາວກະສີກອນ ທີ່ແຂວງຫລວງນ້ຳທາ ປະສົບກັບ ບັນຫາ ຣາຄາຢາງຕົກຕ່ຳ ຊຶ່ງໃນອະດີດ ເຄີຍຂາຍກິໂລ ລະ 10 ຢ໊ວນ ແຕ່ໃນປັດຈຸບັນ ສາມາດຂາຍ ໄດ້ພຽງແຕ່ ກິໂລ ລະ 6 ຢ໊ວນ ເຄິ່ງ ເທົ່ານັ້ນ ເພາະມີ ແຕ່ບໍຣິສັດຈີນ ບໍຣິສັດດຽວ ເປັນຜູ້ຮັບຊື້ ແລະ ກໍເປັນຜູ້ຄວບຄຸມ ຣາຄາຢາງ ພຽງຜູ້ດຽວ ຈຶ່ງເຮັດໃຫ້ ຊາວກະສີກອນລາວ ບໍ່ມີລາຍໄດ້ ຈາກການຂາຍຢາງ.
ການປູກຢາງພາລາ ໄດ້ເພີ້ມຂຶ້ນ ຢ່າງຫລວງຫລາຍ ທີ່ແຂວງຫລວງນ້ຳທາ ສ່ວນໃຫຍ່ ຈະແມ່ນບໍຣິສັດຈີນ ເຂົ້າມາລົງທຶນ ໃຫ້ຊາວບ້ານປູກ ແລະ ຮັບຊື້ ຈາກຊາວບ້ານ ເທົ່າເຖິງ ປັດຈຸບັນ ຊາວກະສິກອນລາວ ຍັງບໍ່ປະສົບ ຜົລສຳເຣັດ ໃນການສ້າງລາຍໄດ້ ຈາກການປູກຢາງພາລາ ດັ່ງທີ່ຄາດໄວ້.
ເຖິງຢ່າງໃດກໍຕາມ ທ່່ານວ່າ ໃນປັດຈຸບັນ ທາງຫ້ອງການ ກະສີກຳ ແລະ ປ່າໄມ້ ປະຈຳ ແຂວງຫລວງນ້ຳທາ ກໍຮູ້ກ່ຽວກັບ ບັນຫາ ດັ່ງກ່າວ ແລະ ກໍກຳລັງ ຊອກຊ່ອງທາງ ຊ່ອຍຊາວກະສີກອນ ລາວ ໃຫ້ຂາຍໄດ້ ໃນຣາຄາສູງ.