ຄົນງານລາວໃນໄທ ພິສູດສັນຊາດເພີ້ມຂື້ນ
2010.04.06
ຈາກຜົນຂອງການ ສຳຣວດ ພາຍຫລັງໝົດກຳນົດ ເວລາ ຍື່ນເອກກະສານ ຂໍພິສູດສັນຊາດ ຂອງຄົນງານຕ່າງດ້າວ ທີ່ເຮັດວຽກໃນ ປະເທດໄທ ເມື່ອວັນທີ 31 ມິນາ ຜ່ານມາ ເຫັນວ່າ ຄົນງານລາວ ແລະ ກຳພູຊາ ທີ່ໄປຍື່ນເອກກະສານ ຂໍພິສູດສັນຊາດ ແລະຕໍ່ໃບອະນຸຍາດ ເຮັດວຽກຢູ່ໄທ ມີຈຳນວນປະມານ 1 ແສນຄົນ. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງໄທ. ທ່ານ ຖນິດ ຫນຸ່ມນ້ອຍ ເວົ້າວ່າ:
"ຕອນນີ້ ຄົນງານທັງໝົດ 3 ສັນຊາດ ມາຍື່ນຂໍພິສູດ ສັນຊາດ ປະມານ 1 ລ້ານກວ່າຄົນ ປະມານ ລ້ານເກົ້າໝື່ນ, ຄົນພະມ້າ ປະມານ 9 ແສນ, ທີ່ເຫລືອນັ້ນ ເປັນຄົນ ກຳພູຊາ ແລະ ລາວ ປະມານ ແສນ ນຶ່ງ".
ທ່ານເວົ້າຕື່ມວ່າ ຢູ່ປະເທດໄທ ຄາດວ່າ ມີຄົນງານຕ່າງດ້າວ ຈາກ 3 ຊາດ: ລາວ, ກຳພູຊາ ແລະ ພະມ້າ ຈຳນວນ 1 ລ້ານ 3 ແສນຄົນ ແຕ່ໄດ້ຍື່ນ ເອກກະສານພຽງ 1 ລ້ານ 90 ພັນຄົນ ທ່ານຄິດວ່າ ອາດເປັນຍ້ອນ ຄົນງານຈຳນວນນຶ່ງ ກັບຄືນບ້ານໄປແລ້ວ, ຈຳນວນນຶ່ງຖືກຈັບ ແລະອາດມີບາງກຸ່ມ ບໍ່ກ້າມາສເນີຕົວ ຍ້ອນເປັນຜູ້ຕໍ່ຕ້ານ ຣັຖບານພະມ້າ.
ປັດຈຸບັນນີ້ ເຈົ້າໜ້າທີ່ແຕ່ ລະແຂວງ ກຳລັງທຳການກວດ ເອກກະສານ ແລະ ສົ່ງຂໍ້ມູນໃຫ້ ສູນກາງ ຊຶ່ງຄາດວ່າ ຈະຮູ້ຕົວເລກ ທີ່ແນ່ນອນ ພາຍໃນ ສັປດາໜ້ານີ້ ຫລັງຈາກນັ້ນ ກໍ່ຈະມີການ ອອກຈັບຜູ້ທີ່ລັກຢູ່ ສົ່ງກັບຄືນປະເທດ ຂອງພວກເຂົາເຈົ້າ.
ທ່ານວ່າ ຂະບວນການປະຕິບັດ ຕໍ່ຈາກນີ້ໄປ ສຳລັບຄົນງານລາວ ທີ່ໄດ້ຍື່ນ ເອກກະສານແລ້ວ ກໍ່ຈະຕ້ອງດຳເນີນ ການພິສູດສັນຊາດ ໂດຍເຈົ້າໜ້າທີ່ ຈາກປະເທດລາວ
ຈະມາພິສູດ ພາຍຫລັງ ບຸນປີໃໝ່ແລ້ວ.