ໄທຽຄາດວ່າຄົນລາວ ຈະຫາວຽກຢູ່ລາວໄດ້

ໄທຽຄາດວ່າ ກາຣຈະເຣີນ ເຕີບໂຕທາງ ດ້ານທຸຣະກິຈ ກາຣລົງທຶນ ໃນສປປລາວ ຈະຊ່ວຍ ແກ້ບັນຫາ ດ້ານຂາດວຽກງານ ຂອງ ປະຊາຊົນລາວ.
ຫວາດ ສີມູນ
2010.05.20

ທາງສຳນັກງານ ບໍຣິຫາຣແຮງງານ ຕ່າງດ້າວຂອງໄທຽ ຄາດວ່າ ກາຣຈະເຣີນ ເຕີບໂຕ ທາງດ້ານກາຣຄ້າ ກາຣລົງທຶນຢູ່ ເມືອງລາວ ໂດຽນັກລົງທຶນ ຊາວຕ່າງປະເທສ ທີ່ມີຫລາຍເພີ່ມ ຂຶ້ນເລື້ອຽໆນັ້ນ ຈະເປັນກາຣຊ່ວຍ ໃຫ້ປະຊາຊົນລາວ ມີວຽກເຮັດງານທຳ ເພີ່ມຂຶ້ນເຊັ່ນກັນ ພ້ອມກັບຈະເປັນ ກາຣແກ້ບັນຫາ ໃນອະນາຄົຕ ດັ່ງທ່ານ ສຣີໄພຣ໌ ແກ້ວການຈນາ ເຈົ້າໜ້າທີ່ຂອງ ສຳນັກງານດັ່ງກ່າວ ໄດ້ກ່າວວ່າ:

“ທາງກາຣໄທຽ ບໍ່ຄວນທີ່ຈະຫວັງ ໃຫ້ມີຄົນງານ ຈາກປະເທສລາວ ເຂົ້າມາເຮັດວຽກ ໃນໄທຽຕື່ມຕໍ່ໄປ ເພາະຢູ່ເມືອງລາວ ກໍມີກາຣພັທນາ ຢ່າງຫລວງຫລາຍ ໂດຽທີ່ທາງ ກາຣລາວໄດ້ເປີດ ໃຫ້ນັກລົງທຶນ ຈາກຕ່າງປະເທສ ເຂົ້າມາ ສະນັ້ນບັນຫາ ທີ່ປະຊາຊົນ ຊາວລາວ ທີ່ບໍ່ມີວຽກເຮັດ ງານທຳ ກໍຈະຫລຸດຫນ້ອຍ ລົງໄປເລື້ອຽໆ”.

ໃນຂະນະດຽວກັນ ທາງກາຣກ່ຽວຂ້ອງ ຝ່າຍໄທຽ ກໍຣາຍງານວ່າ ອັຕຣາກາຣຈະເຣີນ ເຕີບໂຕຂອງ ເສຖກິຈໃນລາວນັ້ນ ກໍເພີ່ມທະວີ ຂຶ້ນເລື້ອຽໆ ໂດຽມີນັກລົງທຶນ ຈາກ ຕ່າງປະເທສເຂົ້າໄປ ຝຶກອົບຮົມ ຊາວລາວ ໃຫ້ມີຝີມື ເພື່ອຕຣຽມເຂົ້າ ຮັບຈ້າງໃນດ້ານ ວຽກງານ ແລະທຸຣະກິຈຕ່າງໆ ໃນລາວ ທີ່ຍິ່ງຈະມີ ເພີ່ມຂຶ້ນຕື່ມ ໃນອະນາຄົຕ ແລະບັນຫາທີ່ມີ ຄົນງານຊາວລາວ ລັກລອບເຂົ້າມາ ຫາເຮັດວຽກງານ ໃນໄທຽ ກໍຈະຄ່ອຍຫລຸດ ລົງໄປເຊັ່ນກັນ.

ເຖິງຢ່າງໃດກໍຕາມ ຄວາມຕ້ອງກາຣ ດ້ານແຮງງານ ຊາວຕ່າງດ້າວ ໂດຽສະເພາະຈາກ ປະເທສລາວນັ້ນ ທາງກາຣກ່ຽວຂ້ອງ ຝ່າຍລາວ ກໍຍັງບໍ່ສາມາດ ຈັດຫາຄົນງານ ໃຫ້ໄດ້ຕາມກໍາໜົດ ທີ່ຕ້ອງກາຣ ຕາມທີ່ໄດ້ບົ່ງໄວ້ ໃນຂໍ້ຕົກລົງ ຣະຫວ່າງລາວ-ໄທຽ ນັ້ນແຕ່ຢ່າງໃດ ໃນປັຈຈຸບັນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.