ແຮງງານລາວ ໃນປະເທສໄທຽ

ກາຣພິສູຕ ສັນຊາຕ ແຮງງານລາວ ໃນປະເທສໄທຽ ຈະເຣີ່ມ ປະຕິບັຕ ຄືນໃໝ່ ໃນເດືອນ ມີຖຸນານີ້.
ຫວາດ ສີມູນ
2010.05.11

ກາຣພິສູຕ ສັນຊາຕ ພວກແຮງງານ ຊາວລາວໃນໄທຽ ຈະເຣີ່ມປະຕິບັຕ ໃນເດືອນມີຖຸນາ ທີ່ຈະມາເຖິງນີ້ ຊຶ່ງຄາດວ່າ ຈະມີຄົນງານ ຊາວລາວ ໄປຍື່ນເອກກະສາຣ ຂໍພິສູຕສັນຊາຕ  ແລະ ຕໍ່ໃບອະນຸຍາຕ ເຮັດວຽກງານຢູ່ ປະເທສໄທຽໄດ້ ຕໍ່ໄປຕື່ມອີກ ບໍ່ຕໍ່າກວ່າ ໜຶ່ງແສນຄົນ ໂດຽໃຫ້ແລ້ວສຳເຣັຈ ພາຍໃນ 6 ເດືອນ ແລະ ສ່ວນພວກທີ່ບໍ່ ຜ່ານກາຣພິສູຕສັນຊາຕ ກໍອາຈໄດ້ຮັບ ຄວາມກົດດັນ ຈັດສົ່ງກັບຄືນ ບ້ານເດີມ ດັ່ງທ່ານທະນິຊ ຫນຸ່ມນ້ອຍ ຜູ້ອຳນວຍກາຣ ສຳນັກບໍຣິຫາຣ ແຮງງານ ຕ່າງດ້າວຂອງໄທຽ ໄດ້ກ່າວວ່າ:

“ເຂົາແຈ້ງມາແລ້ວ ຢືນຢັນວ່າ ຈະມາ ມີຖຸນາ ແນ່ນອນ ຂອງລາວນີ້ ພໍເຂົ້າມາແລ້ວ ເຂົາຈະມີກາຣ ປະຈຳ ຢູ່ບາງກອກ ແລ້ວກໍຈະມີ Mobile ອອກໄປ ເດີນສາຍອອກ ໄປອີກ 4 ສາຍ ແລ້ວວັນໜຶ່ງ ເຂົາຈະເຮັດໄດ້ ປະມານ 250 ຄົນຕໍ່ໜ່ວຍ ຂອງເຂົາເຈົ້າ ຂອງລາວນີ້ ຄິດວ່າພາຍໃນ 6 ເດືອນ ຄົງຈະແລ້ວ”.

ພ້ອມດຽວກັນນີ້ ທ່ານກໍວ່າ ຈຸດສຳຄັນຂອງ ກາຣພິສູຕສັນຊາຕ ແຮງງານຊາວລາວ ແມ່ນມີກຳໜົດ ຈັດຂຶ້ນໃນເຂຕ ບາງແຄ ທີ່ບາງກອກ ແລະຈະມີກາຣ ກະຈາຍອອກ ໄປຕື່ມອີກ ໃນທຸກໆແຂວງ ທົ່ວປະເທສ. ແຕ່ສະເພາະກາຣ ພິສູຕສັນຊາຕ ຊາວພະມ້າ ແລະ ກັມພູຊາ ກໍໄດ້ເຣີ່ມ ປະຕິບັຕກັນ ແດ່ແລ້ວ ຊຶ່ງກໍພົບເຫັນ ມີບາງຄົນທີ່ ບໍ່ຜ່ານ:

“ກໍຕ້ອງໄດ້ມີ ກາຣຈັດສົ່ງພວກ ທີ່ບໍ່ຜ່ານນັ້ນ ກັບຄືນບ້ານເດີມ ຂອງເຂົາເຈົ້າ ຫລືສົ່ງໄປຍັງ ປະເທສທີ່ 3 ຊຶ່ງເປັນກາຣ ປະຕິບັຕໄປ ຕາມສະພາບ ຄວາມໝັ້ນຄົງຂອງ ກະຊວງມະຫາດໄທ, ແຕ່ສະເພາະຄົນ ງານຊາວລາວທີ່ ບໍ່ຜ່ານ ກໍຈະມີກາຣ ຈັດສົ່ງກັບລາວ ເຊັ່ນກັນ”.

ທ່ານໄດ້ກ່າວເນັ້ນ ອີກວ່າ ຕາມຂໍ້ມູລທີ່ ໄດ້ຮັບແລ້ວນັ້ນ ມີຊາວພະມ້າ 822,093 ຄົນ, ຊາວລາວ 101,585 ຄົນ ແລະຊາວ ກັມພູຊາ 93,782 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.