ວຽດນາມຂຍາຍການ ລົງທຶນໃນຕລາດລາວ
2010.05.19
ຫລາຍບໍຣິສັດ ວຽດນາມ ໄດ້ຂຍາຍການ ລົງທຶນມາລາວ ຊຶ່ງກຸ່ມດັ່ງກ່າວ ອະທິບາຍວ່າ ເປັນຕລາດທີ່ບໍ່ ມີການພັທນາ ແຕ່ຄາດວ່າ ຈະໄດ້ກຳໄຣ ອັນມະຫາສານ ຈາກຄວາມສ່ຽງ ໃນການມາ ລົງທຶນໃນລາວ. ທ່ານ ດວນຫງຽນດຶກ ປະທານ ບໍຣິສັດ ຫົງອານໄກລານ ຂອງວຽດນາມ ເວົ້າວ່າ ບໍຣິສັດ ຫົງອານໄກລານ ໄດ້ລົງທຶນເຖິງ 450 ລ້ານໂດລາ ສະຫະຣັຖ ໃນໂຄງການຕ່າງໆ ໃນລາວ ນອກຈາກການ ປູກຢາງພາລາ ໃນພື້ນທີ່ 16 ພັນເຮັກຕາ ໃນເຂດພາກໃຕ້ແລ້ວ ບໍຣິສັດ ດັ່ງກ່າວຍັງໄດ້ ລົງທຶນໃນການ ຂຸດຄົ້ນແຮ່ທາດ, ອະສິງຫາຣິມມະຊັບ ແລະການສ້າງເຂື່ອນ ໄຟຟ້າ ໃນລາວນຳອີກ.
ທ່ານດຶກເວົ້າວ່າ ວ່າງປີ 2008 ບໍຣິສັດ ຫົງອານໄກລານ ໄດ້ກຳໄຣຈາກ ການລົງທຶນ ໃນລາວປະມານ 100 ພັນລ້ານດົງ ຫລືປະມານ 5 ລ້ານ 2 ແສນ 6 ໝື່ນໂດລາ ສະຫະຣັຖ. ຕລາດຫຸ້ນສອງແຫ່ງ ດັ່ງທ່ີ່ນະຄອນ ໂຮຈີມີນແລະ ທີ່ກຸງຮ່າໂນຍ ມີຜູ້ສົນໃຈ ຢ່າງຫລວງຫລາຍ ໃນການລົງທຶນ ໃນລາວ. ການຂຍາຍການ ລົງທຶນໃນເຂດ ປະເທດທີ່ບໍ່ມີ ການພັທນາດັ່ງ ລາວ ແລະກຳພູຊາ ເຮັດໃຫ້ ບໍຣິສັດວຽດນາມ ພົບລາຍໄດ້ອັນ ມະຫາສານ. ທາງບໍຣິສັດ ກຳລັງຈະຂາຍ ແຮ່ທາດເຫລັກ ໃນປາຣິມານ ນຶ່ງແສນຕັນ ທີ່ຂຸດຈາກບໍ່ ໃນລາວ ເປັນຄັ້ງທຳອິດ ແລະຄ່າໃຊ້ຈ່າຍ ໃນການຂຸດຄົ້ນ ແຮ່ທາດໃນລາວ ພຽງແຕ່ 20% ຂອງລາຍໄດ້ຈາກ ການຂາຍແຮ່ທາດ.
ອິງຕາມຖແລງການ ຈາກຫ້ອງການ ວາງແຜນແລະ ການລົງທຶນ ສປປລາວ ຣັຖບານລາວ ຍັງໄດ້ຊັກຊວນ ໃຫ້ບໍຣິສັດ ວຽດນາມ ມາລົງທຶນໃນ ຂແນງອືຶ່ນໆ ໃນລາວອີກ ດັ່ງ ໂຄງຮ່າງພື້ນຖານ, ການທ່ອງທ່ຽວແລະ ໂຄງການດ້ານ ການກະເສດ.