ໂຮງງານເຕົາໂລ້ ສ້າງຄວາມເດືອດຮ້ອນ

ຊາວບ້ານດອນຕິ້ວ ໃນເຂດນະຄອນຫລວງ ວຽງຈັນ ຍິ່ງໄດ້ຮັບຄວາມເດືອດຮ້ອນ ຫລາຍຂຶ້ນ ຈາກໂຮງງານຜລິດເຕົາໂລ້.
ມະນີຈັນ
2010.01.13

ໂຮງງານຜລິດເຕົາໂລ້ ຢູ່ເຂດ ບ້ານດອນຕິ້ວ ເມືອງໄຊທານີ ນະຄອນຫລວງວຽງຈັນ ທີ່ເຄີຍສ້າງຜົລກະທົບ ຕໍ່ປະຊາຊົນ ແລະ ສະພາບແວດລ້ອມນັ້ນ ມາເຖິງ ປັຈຈຸບັນນີ້ ຍິ່ງເພີ່ມທະວີ ຄວາມເດືອດຮ້ອນຫລາຍ ຂຶ້ນກວ່າເກົ່າ. ເພາະກິຈການ ຂຍາຍຕົວອອກໄປເລື້ອຍໆ ທັງໆທີ່ວ່າ ປະຊາຊົນໃນບ້ານ ຮ້ອຍກວ່າຄອບຄົວ ເຄີຍໄດ້ຂໍຮ້ອງ ໃຫ້ທາງການເຂົ້າ ຊ່ວຍເຫລືອ ມາແລ້ວຫລາຍຄັ້ງ ແຕ່ບັນຫາກໍຍັງ ບໍ່ໄດ້ຮັບການ ເອົາໃຈໃສ່ແກ້ໄຂ. - ຕາມຣາຍງານຂ່າວ ຈາກທ້ອງຖີ່ນ ວັນທີ 12 ມົກກະຣາ 2010.

ຊາວບ້ານຜູ້ນຶ່ງເຜີຍວ່າ ການຜລິດເຕົາໂລ້ ໄດ້ເພິ່ມຂຶ້ນ ເຮັດໃຫ້ມີມົລພິດ ແຜ່ຫລາຍອອກໄປ ສ້າງຄວາມເດືອດຮ້ອນ ໃຫ້ປະຊາຊົນ ໃນບໍຣິເວນ ໃກ້ຄຽງກັບໂຮງງານ.  ໂດຍສະເພາະ ເວລາທີ່ມີການເຜົາ ເກີດກິ່ນຂິວຢ່າງແຮງ ແລະມີຄວັນດໍາປິວ ກະຈາຍໄປທົ່ວ  ຜູ້ຄົນມີອາການ ວິນວຽນປວດຮາກ ເປັນຕົ້ນແມ່ນເດັກນ້ອຍ ແລະ ຜູ້ສູງອາຍຸ ເຫັນວ່າ ມັນເປັນອັນຕະຣາຍ ຕໍ່ສຸຂພາບຂອງ ປະຊາຊົນ ຂັ້ນຮ້າຍແຮງ. 

ທ່ານເວົ້າຕໍ່ໄປອີກວ່າ ກ່ອນໜ້ານີ້ປະມານ ສອງປີ ມີໂຮງເຜົາເຕົາໂລ້ພຽງ ສອງແຫ່ງ ກໍຍັງໄດ້ສ້າງຜົລ ກະທົບບໍ່ໜ້ອຍ ຕໍ່ສຸຂພາບ ຂອງປະຊາຊົນ ແລະ ສິ່ງແວດລ້ອມ ໃນບໍຣິເວນນັ້ນແລ້ວ ແລະກໍໄດ້ມີ ການກວດກາ ຈາກອໍານາດການ ປົກຄອງ ແລະເຈົ້າໜ້າທີ່ ກ່ຽວຂ້ອງເພື່ອຫາທາງ ແກ້ໄຂ. ແຕ່ຄວາມຮ້າຍແຮງ ກໍຍິ່ງເພີ່ມຂຶ້ນ ຍ້ອນມີໂຮງງານ ເພີ່ມຂຶ້ນອີກເປັນສາມແຫ່ງ.

ທ່ານ ບົວຜັນ ຮອງນາຍບ້ານ ດອນຕິ້ວ ກ່າວຢືນຢັນເຖິງ ມົລພິດ ຈາກການເຜົາເຕົາໂລ້ນັ້ນ ແລະ ກໍມີຫລາຍຂຶ້ນເລື້ອຍໆ ແຕ່ທາງຂັ້ນບ້ານ ຂອງພວກທ່ານ ບໍ່ສາມາດແກ້ໄຂໄດ້ ເພາະບໍ່ມີອໍານາດ ພຽງພໍ ໃນການແກ້ໄຂ ບັນຫານີ້. ຜ່ານມາ ກໍມີແຕ່ເຕືອນ ແລະຂໍຮ້ອງໃຫ້ ມີການຢຸດເຊົາ ແລະກໍເຄີຍເຫັນ ພາກສ່ວນ ອຸດສາຫະກັມ ການຄ້າ ລົງມາກວດກາ.

ຕາມຄໍາເວົ້າຂອງ ຮອງພໍ່ບ້ານ -ເຈົ້າຂອງ ກິຈການເຜົາເຕົາໂລ້ ບໍ່ແມ່ນຄົນພື້ນຖານ ດັ່ງເດີມ ໃນບ້ານນີ້ ເປັນຄົນທີ່ຍ້າຍ ມາຈາກບ້ານອຶ່ນ ຍ້ອນການເຜົາເຕົາໂລ້ ເຊັ່ນກັນ. ການຕັ້ງໂຮງງານ ຂອງເຂົາເຈົ້າ ບໍ່ໄດ້ ຮັບອະນຸຍາດ ຈາກອໍານາດການ ປົກຄອງບ້ານ ຫລືຈາກອົງການ ທີ່ກ່ຽວຂ້ອງໃດໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.