ຝົນຕົກ ໜັກ ອາດກະທົບກະເທືອນ ການເຮັດນາ ໃນປີນີ້
2008.06.18
“ມັນມີ ພັຍນ້ຳຖ້ວມ ໝາຍຄວາມວ່າ ເປັນນ້ຳຖ້ວມ ຫຼາຍມື້ ສົມມດຸວ່າ ນາປູກເຂົ້າ ນ້ຳມັນຂັງ ເຂົ້າກໍຕາຍ ຄັນບໍ່ຕາຍ ຈາກນັ້ ກໍເກີດພະຍາດ ພວກແມງຂື້ນ”.
ເຈົ້າໜ້າທີ່ ຜູ້ກ່ຽວ ກ່າວຕໍ່ໄປວ່າ ໃນປັດຈຸບັນນີ້ ຍັງບໍ່ທັນມີເທື່ອ ຍ້ອນວ່າ ຝົນຍັງ ບໍ່ທັນຕົກໜັກ. ສຳລັບ ບັນຫາຫຍຸ້ງຍາກ ຂອງການ ປ້ອງກັນ ນ້ຳຖ້ວມ ແລະ ການປ້ອງກັນ ແມງໄມ້ ທີ່ມາທຳລາຍ ພືດຜັກ ກໍມີວ່າ:
ເຣື້ອງ ການປ້ອງກັນ ຄວາມເສັຍຫາຍນີ້ ກໍເຮົາ ກໍແກ້ຍາກ ຄືກັນ ເພາະວ່າ ພື້ນທີ່ມັນຕໍ່າ ມີບາງແຂວງ ໂດຍສະເພາະ ຢູ່ທາງພາກໃຕ້ ພວກພະຍາດ ມັນມີ ທົ່ວໄປ ບໍ່ຄ່ອຍ ມີບັນຫາ ພໍທໍ່ໃດ໋.
ນອກຈາກນີ້ແລ້ວ ເຈົ້າໜ້າທີ່ ຍັງໄດ້ ຮ້ອງປະຊຸມ ໜ່ວຍງານ ທີ່ກ່ຽວຂ້ອງ ໃຫ້ຕັກເຕືອນ ຊາວກະສິກັມ ເພື່ອປ້ອງກັນ ແລະ ແກ້ໄຂບັນຫາ ນ້ຳຖ້ວມ ທີ່ຂັງຢູ່ດົນ ແລະ ຊອກຫາວິທີ ປ່ອຍເປ່ງນ້ຳ ບໍ່ໃຫ້ຖ້ວມ ດົນເກີນຄວນ.
ໃນອະນາຄົດ ປະຊາຊົນ ອາດຈະຕ້ອງ ປະສົບກັບ ບັນຫາ ອຸທຸກະພັຍ ຊຶ່ງຣັຖບານ ຕ້ອງໄດ້ ຈັດງົບປະມານ ຊ່ອຍເຫຼືອ ເປັນຈຳນວນຫຼາຍ ທີ່ອາດ ຈະສົ່ງຜົນສະທ້ອນ ໃຫ້ກັບງົບປະມານ ດ້ານອື່ນໆ ຫຼື ງົບປະມານ ອາດຈະບໍ່ພຽງພໍ ເຮັດໃຫ້ ການຊ່ອຍເຫຼືອ ປະຊາຊົນ ບໍ່ເຕັມເມັດເຕັມໜ່ວຍ ອາດສ້າງ ຄວາມລຳບາກ ໃນການດຳເນີນຊີວິດ ກໍເປັນໄດ້.