ສະຫະປະຊາຊາດ ຊ່ວຍເຫລືອ ການລ້ຽງສັດ

ແຂວງຈໍາປາສັກ ໄດ້ຮັບການຝຶກອົບຮົບ ແລະ ຊ່ອຍເຫລືອ ການລ້ຽງງົວ ເພື່ອສົ່ງອອກ ໄປຍັງຕລາດ ປະເທດເພື່ອນບ້ານ.
ສົມເນ ຣາຍງານ
2008.11.17

ອົງການ ອາຫານ ແລະ ກະສິກໍາ ຂອງສະຫະ ປະຊາຊາດ, ຫ້ອງການ ປະສຸສັດ ຂອງໄທ ພ້ອມດ້ວຍ ຫ້ອງການກະສິກໍາຂອງ​​ລາວໄດ້ຈັດຕັ້ງ ໂຄງການລ້ຽງສັດຂື້ນໃນແຂວງຈໍາປາສັກ ເພື່ອຊ່ວຍເຫລືອ ຊາວບ້ານ ທີ່ທຸກຍາກ​ ​ເພື່ອໃຫ້ເຂົາເຈົ້າ ປັບປຸງການລ້ຽງສັດໂດຍຊ່ວຍ ຝືກແອບ ວິທີລ້ຽງແລະ ປະກອບ ​​ວິຊາການ ເທັກໂນໂລຈີ ການລ້ຽງໃຫ້.

ຈຸດປະສົງ ສ່ວນໃຫ່ຽແມ່ນພື່ໃຫ້ປະຊາຊົນສາມາດ ລ້ຽງງົວໄດ້ ຫລາຍຂື້ນແລະ ສາມາດສົ່ງອອກໄປຂາຍ ​​ໃນຕລາດ ປະເທດ ເພື່ອນບ້ານເພື່ອເປັນລາຍໄດ້ ຂອງປະຊາຊົນເອງ. ໂຄງການ ດັ່ງກ່າວ ​​ເປັນສ່ວນນຶ່ງ ຂອງ​​ແຜນການ ຂອງອານຸ ພູມີພາກແມ່ນໍ້າຂອງ ຫລື GMS, ຕາມການເປີດເຜີຽ ຂອງອົງການຂ່າວ IRIN.

ລາຍງານວ່າໂຄງການນັ້ນ ແມ່ນອີງເອົາ ຕາມຄວາມຄິດ ສ້າງທະນາຄານ ສັດລ້ຽງ, ໝາຍຄວາມວ່າ ຈະມອບງົວປະສົມພັນໃຫ້​​ແກ່ປະຊາຊົນ ໃນຊຸມຊົນ ໂດຍກໍານົດວ່າແມ່ນຜູ້ໃດ ຄວນນຸຍາດໃຫ້ຢືມງົວປະສົມພັນ ເພື່ອນໍາໄປລ້ຽງ ​​ໃຫ້ມັນປະສົມພັນແລະ ອອກແມ່ແຜ່ລູກ​. ຫລັງຈາກ ງົວອອກລູກແລ້ວ ຜູ້ລ້ຽງງົວ ຈະຮັກສາງົວນ້ອຍໄວ້ແຕ່ຕ້ອງເອົາຝູງງົວປະສົມພັນ ສົ່ງຄືນ ທະນາຄານ ສັດລ້ຽງເພື່ອຈະ​​​ໃຫ້ຊາວບ້ານ ຄົນອື່ນສາມາດ ຢືມໄປລ້ຽງຕໍ່, ຕາມການເປີດເຜີຽ ຂອງທ່ານ ອໍຣະວັນ​ ອະນັນວໍຣະນິດ, ​ເຈົ້າໜ້າທີ່ ຂອງອົງການ ອາຫານ ແລະ ກະສິກໍາປະຈໍາເອເຊັຽຕະເວັນອອກສ່ຽງ​ໃຕ້.

ເພື່ອໃຫ້ໂຄງນີ້ ເກີດຂື້ນ ຫ້ອງການ ປະສຸສັດ ແຂວງກົນນະຄອນຂອງໄທໄດ້ຊ່ວຍເຫລືອ ປະກອບຝູງງົວພັນປະສົມ ທີ່ເອີ້ນວ່າ Brahmin-Thai ​ໃຫ້ແລະ ໃນເດືອນ ພືດສະຈີກາ ນີ້ເຈົ້າໜ້າທີ່ ອົງການອາຫານ ​​ແລະ ກະສິກໍາເຈົ້າໜ້າທີ່ ປະສຸສັດໄທ ຈາກ​​ແຂວງກົນນະຄອນພ້ອມດ້ວຍເຈົ້າໜ້າທີ່ກະສິກໍາ ຂອງລາວ ໄດ້ເດີນທາງໄປບ້ານ ນາລາແຂວງຈໍາປາສັກເພື່ອມອບຝູງງົວແລະງົວ​​ເຖິກນື່ງໂຕ ໃຫ້ຊາວບ້ານ ເພື່ອລ້ຽງດູ.

ເຈົ້າໜ້າທີ່ ຕ້ອງໄດ້ສິດສອນ ວິທີລ້ຽງດູສັດ ໃຫ້ຖືກຕ້ອງ ເພື່ອໃຫ້ສັດອອກແມ່ແຜ່ລູກແລະ ມີນາດມາຕະຖານເພື່ອຈະສາມາດສົ່ງອອກ ໄປຂາຍ ໃນຕະລາດ ປະເທດເພື່ອນບ້ານໄດ້. ​ເຈົ້າໜ້າທີ່ ອົງການອາຫານ ແລະ ກະສິກໍາ ສະຫະ ປະຊາຊາດ ວ່າເຖິງແມ່ນວ່າໂຄງການນີ້ ເປັນການເລີ້ມຕົ້ນ ແຕ່ນ້ອຍໆແຕ່ຖ້າຫາກວ່າ ປະຊາຊົນສາມາດລ້ຽງ ໃຫ້ຖືກຕ້ອງນັ້ນ ຝູງສັດຂອງປະຊາຊົນ ກໍຈະເຕີບໃຫ່ຽ ຂື້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 05, 2012 09:24 PM

ຢາກໃຫ້ທາງໂຄງການ ລົງພາບຖ່າຍ ເຕັກນິກການລ້ຽງງົວຄວາຍ ເພື່ອເຜີຍແພ່ ໃຫ້ແກ່ປະຊາຊົນ ຖ້າມີແຕ່ທິດສະດີ ບໍ່ເຫັນຕົວຈິງ ອາດຈະບໍ່ເຂົ້າໃຈເລິກເຊິ່ງ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]