ຊາວສວນ ປູກສາລີ ເສັຍຜົນປໂຍດ ແກ່ວຽດນາມ
2008.10.30
ຊາວສວນ ແຂວງຫົວພັນ ທີ່ປູກເຂົ້າສາລີ ເປັນອາຊີບ ພວມປະເຊີນ ກັບບັນຫາ ອັນໜັກໜ່ວງ ຈົນຮັບ ບໍ່ໄດ້ ຍ້ອນລາຄາ ໝາກສາລີ ຫລຸດຕ່ຳລົງ ເລື້ອຍໆ, ໃນປີ 2008 ນີ້ ກໍຫລຸດລົງ ບໍ່ນ້ອຍກວ່າ3 ຄັ້ງແລ້ວ.
ຜແນກ ອຸດສາຫະກຳ-ການຄ້າ ແຂວງຫົວພັນ ເປີດເຜີຍວ່າ ນັບແຕ່ ທ້າຍປີ 2007 ຫາ ເດືອນມົກກະຣາ ປີ 2008 ນີ້ ຊາວສວນ ໝາກສາລີ ສ່ວນໃຫຍ່ ພາຍໃນແຂວງ ມີຄວາມພໍໃຈ ນຳລາຍໄດ້ ຂອງຕົນ ທີ່ຂາຍ ຜົນຜະລິດ ໃຫ້ຊາວວຽດນາມ ຊຶ່ງເປັນຜູ້ເກັບຊື້ ຄົນກາງ ໃນລາຄາດີ ສະເລັ່ຽ 1 ພັນ 500 ກີບ ຕໍ່ກິໂລ ຈົນເຮັດໃຫ້ ພວກເຂົາເຈົ້າ ພາກັນ ຂະຫຍາຍເນື້ອທີ່ ປູກເຂົ້າສາລີ ຢ່າງເປັນຂະບວນ ຈາກ 14 ພັນເຮັກຕາໃນປີ 2007 ເປັນ 30 ພັນເຮັກຕາໃນປີ 2008 ນີ້.
ແຕ່ຕົກມາເຖິງ ປັດຈຸບັນ ລາຄາ ຂາຍໝາກສາລີ ທີ່ພໍ່ຄ້າ ຄົນກາງ ວຽດນາມ ມາຊື້ນັ້ນ ບໍ່ພຽງ ແຕ່ຈະບໍ່ໄດ້ລາຄາ ກິໂລ ລະ 1 ພັນ 500 ກີບເທົ່ານັ້ນ ແຕ່ຫາກຍັງ ບໍ່ໄດ້ຮອດກິໂລລະ 1 ພັນກີບ ຕາມທີ່ພໍ່ຄ້າວຽດນາມ ໃຫ້ຄຳໝັ້ນ ສັນຍາ ໃນລາຄາຮັບປະກັນວ່າ ຈະຊື້ ໂດຍອ້າງເຫດຜົນ ວ່າ ລາຄາ ໝາກສາລີ ໃນຕະຫລາດໂລກ ມີການປ່ຽນແປງ, ສະພາບ ເສດຖະກິດໂລກ ໄດ້ສົ່ງຜົນກະທົບ ໃສ່ອັດຕາແລກ ປ່ຽນລະຫວ່າງ ສະກຸນເງິນໂດລາສະຫະຣັດ ແລະ ເງິນດົງວຽດນາມ ພ້ອມທັງ ລາຄາ ນ້ຳມັນ ກໍຂື້ນໆ ລົງໆ ບໍ່ເປັນປົກກະຕິ.
ໃນປີ 2007 ແຂວງຫົວພັນ ໄດ້ສົ່ງໝາກສາລີ ອອກຂາຍ ປະມານ 78 ພັນຕັນ ແລະ ໃນປີ 2008 ໄດ້ສົ່ງອອກແລ້ວ ປະມານ 150 ພັນຕັນ. ສຳລັບ ປີ 2009 ທີ່ຈະມາເຖິງ ຖ້າຫາກ ລາຄາ ໝາກສາລີ ບໍ່ແນ່ນອນ ຄືດັ່ງປັດຈຸບັນນີ້ ຊາວສວນ ທີ່ວ່ານັ້ນ ຢືນຢັນວ່າ ຈະຫລຸດ ເນື້ອທີ່ ປູກເຂົ້າສາລີ ລົງແລ້ວ ຈະຫັນໄປ ປູກພືດ ຊນິດອື່ນ ທີ່ຈະໄດ້ ຮັບຜົນປະໂຫຍດ ຫລາຍກວ່າແທນ ເຊັ່ນ: ອ້ອຍ ຫລື ຕົ້ນໄມ້ອຸດສາຫະກຳຕ່າງໆ.
ປັດຈຸບັນ ແຂວງຫົວພັນ ແລະ ແຂວງອື່ນໆ ຂອງລາວ ມີຄວາມສ່ຽງຫລາຍ ໃນການຜລິດ ໜາກສາລີ ເພື່ອສົ່ງອອກ ເພາະວ່າ ສ່ວນໃຫຍ່ ມີຕະຫລາດ ແຫ່ງດຽວ ຄື ວຽດນາມ ທີ່ໄດ້ສົ່ງ ໝາກສາລີ ອອກໄປຂາຍ.