ນັກລົງທຶນ ຈີນ ບ້ຽວສັນຍາ ຊາວສວນມັນຕົ້ນ ແຂວງອຸດົມໄຊ
2008.12.12
ສະນັ້ນ ມັນຕົ້ນ ທັງໝົດ ຂອງເຂົາເຈົ້າ ຍັງຄ້າງຢູ່ນັ້ນ ແລະ ອາດຈະເສັຽຫາຍໄດ້ ຫາກເວລາ ແກ່ຍາວອອກໄປ ຕື່ມອີກ. ຍານາງ ສົມລີ ສຸພັນທອງ ຫົວໜ້າ ຜແນກອຸດສາຫະກໍາ ການຄ້າ ແຂວງອຸດົມໄຊ ກ່າວວ່າ ບໍຣິສັດ ທີ່ມາເຮັດສັນຍາ ລົງທຶນປູກມັນຕົ້ນ ກັບປະຊາຊົນນັ້ນ ມິດງຽບ-ຕິດຕໍ່ ບໍ່ໄດ້ເລີຍ ອັນສ້າງຄວາມໜັກໃຈ ໃຫ້ແກ່ຂແນງການ ກ່ຽວຂ້ອງ ເນື່ອງຈາກ ປະຊາຊົນ ຮຽກຮ້ອງ ໃຫ້ຊ່ວຍແກ້ໄຂ ແລະຊອກຫາຕລາດໃຫ້ ເພື່ອຈະໄດ້ເງິນ ໄປຊໍາຣະໜີ້ ທະນາຄານ.
ເວລານີ້ ທາງຂແນງການ ກ່ຽວຂ້ອງ ກໍຫັວງ ທີ່ຈະຊ່ວຍ ໃຫ້ມີການສົ່ງ ມັນຕົ້ນ ອອກຂາຍ ໄດ້ພາຍໃນທ້າຍເດືອນທັນວານີ້ ເພື່ອຊາວສວນ ມັນຕົ້ນ ໃນແຂວງ ຈະບໍ່ປະສົບ ຄວາມເສັຽຫາຍ ຄືກັນກັບ ໃນຫລາຍແຂວງ ທີ່ປະສົບ ຢ່າງໜັກໜ່ວງ ມາແລ້ວ ຍ້ອນນັກລົງທຶນ ຊາວຈີນ, ວຽດນາມ, ໄທ ແລະ ມາເລເຊັຽ ບໍ່ຍອມເກັບຊື້ ຜົນຜລິດ ຕາມສັນຍາ.
ນັກວິຊາການລາວ ທີ່ບໍ່ປະສົງອອກຊື່ ທ່ານນຶ່ງ ໃຫ້ຄວາມເຫັນວ່າ ການປູກພືດ ເປັນສີນຄ້າ ຂອງຊາວກະສິກອນ ໃນແຂວງຕ່າງໆ ຂອງລາວ ສ່ວນໃຫຍ່ ຍັງເຮັດ ພໍໃຜ ພໍລາວ, ຍັງບໍ່ທັນຈັດຕັ້ງກັນ ເປັນກຸ່ມການຜລິດ ເພື່ອສົ່ງອອກເທື່ອ ຈຶ່ງເຮັດໃຫ້ ອໍານາດ ການຕໍ່ລອງ ໃນຕລາດ ບໍ່ສູງ ແລະ ເສັຽປຽບ ດ້ານຣາຄາ. ພ້ອມກັນນັ້ນ ການແບ່ງ ຂັ້ນຄຸ້ມຄອງ ການສົ່ງເສີມ ການຜລິດບໍ່ຈະແຈ້ງ, ການຕິດຕໍ່-ພົວພັນ ດ້ານການຕລາດ ຍັງອ່ອນ. ຍິ່ງໄປກວ່ານັ້ນ ກໍບໍ່ຊ່ວຍ ປົກປ້ອງ ຜົນປະໂຫຍດ ຂອງປະຊາຊົນແລະ ບໍ່ມີຄວາມຮັບຜິດຊອບ ໃດໆ ຕໍ່ການສູນເສັຽ ຂອງເຂົາເຈົ້າ.
ປັຈຸບັນ ການຜລິດກະສິກໍາ ເປັນສິນຄ້າ ພືດພັນຕ່າງໆ ຢູ່ລາວ ຂຍາຍຕົວຫລາຍ ແຕ່ຍັງຂາດ ເຕັກນິກ-ວິຊາການ ອັນເຮັດໃຫ້ ປະສິດທິພາບ ຂອງການຜລິດຕໍ່າ ບໍ່ກຸ້ມຄ່າ ໃນການລົງທຶນ-ການຊອກ ຫາຕລາດຈໍາໜ່າຍ ແລະ ອຶ່ນໆ.