ຣະບຽບໃໝ່ກ່ອນການ ສັມປະທານທີ່ດິນໃນລາວ
2010.05.07
ໃນລະຍະ ທີ່ຜ່ານມາ ເຖິງແມ່ນວ່າ ທາງການລາວ ຈະໄດ້ປະກາດ ຢຸດໃຫ້ ສັມປະທານ ທີ່ດິນ ແກ່ນັກລົງທຶນ ຕ່າງປະເທດແລ້ວ ກໍຕາມ ແຕ່ໃນຄວາມເປັນຈິງ ນັກລົງທຶນ ກໍສາມາດຍື່ນ ຂໍ້ສເນີ ຂໍສັມປະທານໄດ້ ຊຶ່ງທາງການລາວ ກໍຈະພິຈາຣະນາ ເບິ່ງຄວາມເໝາະສົມ ແລະຄວາມພຽງພໍ ຂອງເນື້ອທີ່ໃນ ແຕ່ລະແຂວງ ເພື່ອ ໃຫ້ສັມປະທານ ກ່ອນທີ່ຈະມີການ ເຊັນ MOU ບັນທຶກ ຄວາມເຂົ້າໃຈ ຣະຫວ່າງທັງ 2 ຝ່າຍ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ອົງການທີ່ດິນແຫ່ງຊາດ ໃນນະຄອນຫລວງ ວຽງຈັນ:
"ຍຸຕິແຕ່ວ່າ ອັນໃດເໝາະສົມ ພິຈາຣະນາ ຕາມກໍຣະນີໄປ ມັນຈະມີເນື້ອທີ່ບໍ່ ມີເນື້ອທີ່ເໝາະສົມ ກໍເຊັນ ຢູ່ຈຸດໃດແດ່ ຄັນມັນໝົດແລ້ວ ກໍຍາກຈະເຊັນ MOU ຊີ້ແຈງ ໃຫ້ເພິ່ນ ເຂົ້າໃຈບັນຫາ ເນື້ອທີ່ທີ່ຈະ ສນອງໃຫ້ມັນບໍ່ ພຽງພໍ".
ການພິຈາຣະນາ ແລະການເລືອກກຸ່ມ ນັກລົງທຶນເພື່ອ ໃຫ້ສັມປະທານນັ້ນ ຈະມຸ້ງເນັ້ນໃສ່ ລັກສນະ ຂອງທຸຣະກິດ ແລະເນື້ອທີ່ ທີ່ນັກລົງທຶນ ຂໍສັມປະທານ ຊຶ່ງທີ່ຜ່ານ ມາ ກຸ່ມນັກລົງທຶນ ສ່ວນຫລາຍ ຈະຂໍພື້ນທີ່ ສັມປະທານ ເພື່ອປູກພືດ ອຸດສາຫະກັມ ແລະຕ້ອງການເນື້ອທີ່ ຫລາຍເອັກຕາຣ ແຕ່ທາງການລາວ ບໍ່ມີພື້ນທີ່ ພຽງພໍຕາມ ຄວາມຕ້ອງການ ຈຶ່ງໄດ້ປະຕິເສດ.
ຢ່າງໃດກໍຕາມ ທີ່ຜ່ານມາ ນັກລົງທຶນ ຈະສໍາຣວດ ແລະເລືອກພື້ນທີ່ ທີ່ຕົນເອງຖືກໃຈ. ແຕ່ເມື່ອທາງ ອົງການທີ່ດິນ ແຫ່ງຊາດ ໄດ້ລົງໄປສໍາຣວດ ແລະເຫັນວ່າເປັນ ພື້ນທີ່ ບໍ່ສາມາດໃຫ້ ສັມປະທານໄດ້ນັ້ນ ກໍຕ້ອງຖືກຕັດ ອອກຈາກເນື້ອທີ່ ຂໍສັມປະທານ. ທ່ານກ່າວວ່າ:
"ຜ່ານມາ ນັກລົງທຶນຂໍເຊັນ MOU ແລະເພິ່ນຈ່າຍ ໃນການສໍາຣວດເອງ ແຕ່ວ່າ ສໍາຣວດແລ້ວມັນ ຈະບໍ່ໄດ້ໝົດ ມັນໄປຖືກເຂດສງວນ ປ່າສງວນ ກໍໄດ້ລົບອອກຈາກ ເນື້ອທີ່ຂອງເພິ່ນ ສໍາຣວດ".
ໃນການ ສັມປະທານທີ່ດິນ ແກ່ກຸ່ມນັກລົງທຶນ ບາງຄັ້ງ ກຸ່ມນັກລົງທຶນ ກໍບໍ່ພໍໃຈນໍາ ຣັຖບານລາວ. ດັ່ງນັ້ນ ທາງຣັຖບານ ຈຶ່ງຕ້ອງຊອກຫາພື້ນທີ່ ທີ່ເໝາະສົມກັບ ປະເພດ ຂອງທຸຣະກິດ ຂອງກຸ່ມນັກລົງທຶນ ເພື່ອຄວາມພໍໃຈ ຂອງ ທັງສອງຝ່າຍ.