ການລົງທຶນຢູ່ລາວມີແນວໂນ້ມ ຈະເພີ້ມຂື້ນໃນປີ 2010

ກາຣລົງທຶນ ຂອງນັກທຸຣະກິຈ ທັ້ງພາຍໃນ ແລະ ຕ່າງປະເທສ ຢູ່ລາວມີແນວໂນ້ມ ເພີ່ມຂຶ້ນໃນປີ 2010.
ຫວາດ ສີມູນ
2009.10.30

ເຈົ້າໜ້າທີ່ກົມ ສົ່ງເສີມ ແລະ ຄຸ້ມຄອງປະຈຳ ກະຊວງແຜນກາຣ ແລະ ກາຣລົງທຶນວ່າ ກາຣລົງທຶນ ຢູ່ເມືອງລາວ ໃນປີ2010ນີ້ ມີແນວໂນ້ມ ທີ່ຈະຂຍາຍຕົວ ເພີ່ມຫລາຍຂຶ້ນ ພ້ອມກັບເຊື່ອວ່າ ກຸ່ມຜູ້ລົງທຶນຈາກ ສປຈີນ ເກົາຫລີໃຕ້ ແລະ ປະເທສອາຊ໊ຽນດ້ວຍກັນ ຍິ່ງຈະໃຫ້ຄວາມສົນໃຈ ແລະ ທາງກາຣ ຣັຖບາລລາວ ກໍຈະອຳນວຍ ຄວາມສະດວກທາງ ດ້ານກົດໝາຍ ກາຣລົງທຶນກາຣຄ້າ ຫລາຍກວ່າເກົ່າ:

“ຖ້າມັນຫລຸດກໍຍາກ ບໍ່ໃຫ້ມັນຫລຸດຫລາຍ ຢູ່ໃນຣະດັບ 7.8 ຫລື 8% ປະມານນັ້ນ ແຫລະ ພວກເຮົາຕ້ອງຮັກສາ ຣະດັບໃຫ້ໄດ້ ຕາມຄວາມໝາຍແຜນກາຣ ພັທນາເສຖກິຈ ສັງຄົມ 5 ປີ”

ພ້ອມດຽວກັນນີ້ ທ່ານກໍວ່າ ເຖິງແມ່ນສະພາບເສຖກິຈ ທົ່ວໂລກ ຍັງບໍ່ຟື້ນຕົວ ເທົ່າທີ່ຄວນເທື່ອ ກໍຕາມ ແຕ່ສະເພາະຂອງລາວ ຢູ່ໃນເກນທີ່ດີ ດັ່ງຈະເຫັນໄດ້ ໃນຣະຍະ 6ເດືອນທຳອິດ ຂອງປີ2009ນີ້ ທີ່ມີຊາວຈີນ ເຂົ້າມາລົງທຶນ ບໍ່ຕໍ່າກວ່າ 200ລ້ານດອລລາຣ໌. ນອກຈາກຊາວຈີນ ດັ່ງກ່າວນີ້ແລ້ວ ກໍຍັງມີນັກລົງທຶນ ຈາກປະເທສອື່ນໆ ໃຫ້ຄວາມສົນໃຈ ເຂົ້າມາລົງທຶນ ໃນລາວຫລາຍຂຶ້ນ ເຊັ່ນກັນ, ໂດຽສະເພາະ ໃນໂຄງກາຣ ພະລັງງານໄຟຟ້າ ກາຣຂຸດຄົ້ນ ບໍ່ແຮ່ທາຕຕ່າງໆ ຕລອດຮອດດ້ານ ກະເສຕກັມ ຊຶ່ງທາງກາຣລາວ ກໍໃຫ້ກາຣສນັບສນູນ ເພື່ອກາຣພັທນາ ໃນດ້ານນີ້ນັ້ນ ຢູ່ແລ້ວ ດັ່ງທີ່ທ່ານໄດ້ ແຈ້ງເພີ່ມວ່າ:

“ດຽວນີ້ເພິ່ນສົ່ງເສີມ ໃຫ້ມີກາຣຊຸກຍູ້ ເຣື່ອງໂຄງກາຣ ຂນາດນ້ອຍ ຂນາດກາງໃຫ້ ມັນຫລາຍ ໂຄງກາຣທີ່ເປັນ ພື້ນຖານ ດ້ານກະສິກັມ ຕົວຢ່າງ ຫລືໂຄງກາຣພວກ Agro Base ກໍເປັນກິຈ ທີ່ຄວນສົ່ງເສີມ”

ຢ່າງໃດກໍຕາມ ໂຄງຮ່າງພື້ນຖານ ທີ່ຍັງບໍ່ທັນສົມບຸນ ເທົ່າທີ່ຄວນເທື່ອນັ້ນ ເປັນອຸປສັກສໍາຄັນ ທີ່ເຮັດໃຫ້ນັກ ທຸຣະກິຈຊາວ ຕ່າງປະເທສ ມີຄວາມ ຣະມັດຣະວັງ ໃນກາຣເຂົ້າລົງທຶນ ຢູ່ເມືອງລາວ ຕລອດຣະຍະຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.