ທຸຣະກິດ ຜິດກົດໝາຍໃນລາວ

ການເພີ້ມຂື້ນ ຂອງທຸຣະກິດ ຕ່າງດ້າວ ທີ່ຜິດກົດຫມາຍ ໃນລາວ ເປັນບັນຫາ ທີ່ຍັງບໍ່ສາມາດ ແກ້ໄຂໄດ້. ເຈົ້າໜ້າທີ່ລາວຖແລງ.
ສິດນີ
2010.04.20

ເທົ່າເຖີງ ປັດຈຸບັນນີ້ ຣັຖບານລາວ ຍັງບໍ່ສາມາດ ແກ້ໄຂບັນຫາ ທຸຣະກິດຕ່າງດ້າວ ທີ່ບໍ່ຈົດທະບຽນ ເຈົ້າຫນ້າທີ່ການຄ້າ ແລະ ອຸດສາຫະກັມ ສປປລາວ ເວົ້າວ່າ ພວກຕົນໄດ້ລົງໄປ ກວດກາຮ້ານຄ້າຂາຍ ປະເພດຕ່າງໆ ເປັນປະຈຳ ຕາມພາຣະຫນ້າທີ່ ຂອງຫ້ອງການ ກວດກາ ໂດຍສະເພາະ ທະບຽນວິສາຫະກິດ ແລະກໍ່ໄດ້ປັບໄຫມ ເມື່ອມີການກວດ ພົບວ່າ ເຈົ້າຂອງຮ້ານໄດ້ ລະເມີດກົດຫມາຍ ວິສາຫະກິດ ແຕ່ກຸ່ມພໍ່ຄ້າ ຕ່າງດ້າວເຫລົ່ານັ້ນ ກໍ່ບໍ່ເອົາຫົວຊາ ແລະກໍ່ຍັງດຳເນີນ ທຸຣະກິດ ໄປຢ່າງບໍ່ຢຸດຢັ້ງ.

ຕົງກັນຂ້າມ ກຸ່ມດັ່ງກ່າວ ຍັງຂຍາຍກິຈການ ເພີ້ມຂຶ້ນຢ່າງຫນ້າ ເປັນຫວ່ງ. ອີງຕາມສຖີຕິ ໃນປີ 2007 ສະເພາະ ນະຄອນຫລວງວຽງຈັນ ຮ້ານ ທີ່ຜິດກົດຫມາຍ ມີເຖີງ 339 ຮ້ານ ມາຮອດປີ 2009 ເພີ້ມຂື້ນຕື່ມ 102 ຮ້ານເປັນ 441 ຮ້ານ ຖ້ານັບຈຳນວນ ຮ້ານຄ້າຂອງຊາວ ຕ່າງດ້າວອື່ນໆ ອີກເຂົ້່າຕື່ມ ຕົວເລກອາດຈະ ສູງກວ່ານີ້.

ໃນປັດຈຸບັນ ຈຳນວນຮ້ານຄ້າ ຂອງຄົນຕ່າງດ້າວ ທີ່ຜິດກົດຫມາຍ ມີການຂຍາຍຕົວ ຢ່າງຫລວງຫລາຍ ທີ່ນະຄອນຫລວງ ວຽງຈັນ ແລະຕາມແຂວງຕ່າງໆ ໃນທົ່ວປະເທດ ສ່ວນໃຫຍ່ ເປັນເຈົ້າຂອງໂດຍ ຄົນຈີນ ແລະຄົນວຽດນາມ. ຖ້າຈະບວກກັບ ແຮງງານຕ່າງດ້າວ ທີ່ຜິດກົດຫມາຍແລ້ວ, ໃນລາວ ມີຄົນຕ່າງດ້າວ ອາໄສຢູ່ແບບ ບໍ່ຖືກຕ້ອງຕາມ ກົດຫມາຍ ຫລາຍມື່ນຄົນ ແລະມີທ່າອ່ຽງ ຈະເພີ້ມໃນ ອານາຄົດ.

ບັນຫາດ່ັງກ່າວ ຍັງບໍ່ມີ ພາກສ່ວນໃດ ເຂົ້າມາຮັບຜິດຊອບ ແລະແກ້ໃຂ, ປະຊາຊົນ ທຸກພາກສ່ວນ ໃນລາວ ຕ້ອງການຢາກໃຫ້ ຣັຖບານ ເອົາຈີິງເອົາຈັງ ກ່ຽວກັບເຮື້ອງນີ້ ແຕ່ເທົ່າເຖິງປັດຈຸບັນ ຍັງຖືວ່າ ຣັຖບານ ບໍ່ເອົາຫົວຊາ ກ່ຽວກັບບັນຫາ ດັ່ງກ່າວພໍເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.