ເຂດອ່າງເຊກອງຂາດນໍ້າ ເພື່ອສນອງປະຊາຄົມ

ເຂຕອ່າງນໍ້າເຊກອງ ຍັງຂາດຣະບົບ ກາຣສນອງນໍ້າ ທີ່ມີຄຸນນະພາບ ໃນຂົງເຂຕ.

0:00 / 0:00

ໃນປັຈຈຸບັນນີ້ ເຂຕອ່າງນ້ຳເຊກອງ ຍັງຂາດຣະບົບ ທີ່ຈະຊ່ວຍປະຊາຊົນ ເພື່ອນຳເອົານ້ຳ ໄປໃຊ້ ທັ້ງໆທີ່ມີ ຄວາມຕ້ອງກາຣ ຫລາຍເພີ່ມຂຶ້ນ ໃນຣະດູແລ້ງ ຍ້ອນຣະບົບ ຊົລປະທານ ບໍ່ສາມາດນຳ ເອົານ້ຳໄປຊ່ວຍ ປະຊາຊົນໄດ້ ຕາມຄວາມຕ້ອງກາຣ ດັ່ງນັກວິຊາກາຣ ຈາກຄະນະປ່າໄມ້ ມະຫາວິທຍາລັຍ ແຫ່ງຊາຕວ່າ:

”ປັຈຈຸບັນນີ້ ຍ້ອນກາຣພັທນາ ແຕ່ລະບ້ານມີກາຣ ຂຍາຍຕົວ ຄວາມຕ້ອງກາຣ ນ້ຳຊົລປະທານ ກໍເພີ່ມຂຶ້ນຢູ່ ແຕ່ລະທ້ອງຖິ່ນ ຫາກແຕ່ວ່າ ໃນຣະດູແລ້ງ ເກືອບວ່າຈະ ບໍ່ສາມາດນຳ ໃຊ້ໄດ້ ເພາະວ່າຣະດັບນ້ຳ ມັນເຫືອດແຫ້ງ”.

ພ້ອມດຽວກັນນີ້ ທ່ານກໍວ່າ ໃນປີ 2009 ຜ່ານມາ ທາງໜ່ວຽງານກ່ຽວຂ້ອງ ຈາກມະຫາວິທຍາລັຍ ກໍໄດ້ສຳຣວຈ ເກັບກຳຂໍ້ມູລ ກາຣນຳໃຊ້ ຊັພຍາກອນນ້ຳ ໃນອ່າງ ເກັບນ້ຳເຊກອງ ທີ່ກວມທັງ 4 ແຂວງພາຄໃຕ້ ແລະພົບເຫັນວ່າ ຍັງຂາດຣະບົບ ກາຣຈັດນ້ຳ ສຳຫລັບໃຊ້ ໃນພາຄສ່ວນ ກາຣກະສິກັມ ໃຫ້ໄດ້ດີເທົ່າທີ່ ຄວນເທື່ອ.

ສະເພາະຣະບົບ ຊົລປະທານ ໃນເຂຕແຂວງເຊກອງ ແລະອັຕຕະປື ໃນປັຈຈຸບັນ ນີ້ນັ້ນ ເປັນຣະບົບເກົ່າ ແລະນ້ອຍເກີນໄປ ທີ່ຄວນຈະໃຫ້ມີ ກາຣຂຍາຍເພື່ອປູກຝັງ ພືຊພັນຫລາຍໆຢ່າງ ໂດຽສະເພາະເຂົ້າ ແລະ ພືຊຜັກຕ່າງໆ:

“ເຂຕທີ່ວ່າຜລິຕໄດ້ ຫລາຍກວ່າໝູ່ ແລະແມ່ນຢູ່ ໃນເຂຕເຊກອງ ພື້ນທີ່ກາຣຜລິຕ ກໍສູງ ສະມັດຕະພາບ ໃນກາຣຜລິຕກໍສູງ ແຕ່ຫາກວ່າປຽບທຽບ ຣະຫວ່າງຣະດູແລ້ງ ແລະ ຣະດູຝົນແລ້ວ ເກືອບວ່າແມ່ນທົບເຄີ່ງ”.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ຢ້ຳທ້າຍວ່າ ບັນຫາ ກາຣຂາດແຄນນ້ຳ ໃນຂັ້ນຕໍ່ໄປອາຈ ຈະຮ້າຍແຮງກວ່າເກົ່າ ໃນເມື່ອໂຄງກາຣ ພັທນາຕ່າງໆຂຍາຍຕົວ ຂຶ້ນ ທີ່ຍິ່ງຈະເພີ່ມ ຄວາມຕ້ອງກາຣນ້ຳ ເພື່ອປູກ ພືຊອຸຕສາຫະກັມ ຫລືກາຣຂຸດຄົ້ນ ບໍ່ແຮ່ຕ່າງໆ ໃນຂັ້ນຕໍ່ໄປ.