ອັຕຣາການຄ້າ ທີ່ຂາດດຸລຂອງລາວ

ສປປລາວ ຍັງມີອັຕຣາ ຂາດດຸລ ກາຣຄ້າໃຫ້ ແກ່ໄທຽ ເພີ່ມຂຶ້ນສໍາ ຫລັບຕົ້ນ ປີ 2010 ນີ້.
ຫວາດ ສີມູນ
2010.05.21

ເຈົ້າໜ້າທີ່ຫ້ອງ ກາຣຄ້າຂອງແຂວງ ອຸບົລຣາຊທານີ ໄດ້ຣາຍງານ ສະຖີຕິກາຣຄ້າ ຣະຫວ່າງ ລາວແລະໄທຽ ໃນຣະຍະເດືອນ ມົກຣາ-ກຸມພາ 2010 ນີ້ ທີ່ວ່າກາຣສົ່ງ ສິນຄ້າໄປຍັງ ປະເທສລາວ ມີມູລຄ່າ ເພີ່ມຂຶ້ນເຖິງ 11,683.4 ລ້ານບາທ ຊຶ່ງເປັນຈຳນວນ ທີ່ເພີ່ມຂຶ້ນຈາກ ຣະຍະດຽວກັນ ຂອງປີ 2009 ທີ່ຜ່ານມາກວ່າ 43%.

ສະເພາະເຄື່ອງຂອງ ສິນຄ້າທີ່ທາງ ຝ່າຍໄທຽ ສົ່ງຂາຍໃຫ້ ທາງກາຣລາວນັ້ນ ສ່ວນໃຫຍ່ຍັງສິນຄ້າ ອຸປໂພຄບໍຣິໂພຄ ທີ່ຈຳເປັນ ແລະ ໃນຂະນະດຽວກັນ ທາງຝ່າຍໄທຽ ຍັງໄດ້ສົ່ງສິນຄ້າ ປະເພທດຽວກັນ ຜ່ານດ່ານຊາຍແດນ ຫລາຍແຫ່ງໃນລາວ ໄປຍັງ ປະເທສທີ່ສາມ ເຊັ່ນວຽດນາມ ນຳດ້ວຍ.

ໃນຂະນະດຽວ ກັນນີ້ທ່ານ ຊະວະລິຕ ອົງຄະວານິຊ ປະທານກົມກາຣ ປຶກສາຫໍກາຣຄ້າ ແຂວງອຸບົລ ຣາຊທານີ ກໍແຈ້ງເພີ່ມວ່າ ສຳຫລັບສິນຄ້າ ທີ່ທາງຝ່າຍ ປະເທສ ລາວ ໄດ້ສົ່ງເຂົ້າຕລາດ ໃນໄທຽນັ້ນ ມີມູລຄ່າ ປະມານ 3,442.3 ລ້ານບາທ ຊຶ່ງກໍເປັນ ຈຳນວນທີ່ເພີ່ມຂຶ້ນ ເຊັ່ນກັນເຖິງ ປະມານ 51.68% ຫລືຕົກເປັນມູລຄ່າ ສະເພາະສອງເດືອນ ປະມານ 15,125.7 ລ້ານບາທ ອັນເປັນເຫຕໃຫ້ ທາງຝ່າຍລາວ ຍັງຂາດດຸລກາຣຄ້າ ໃຫ້ແກ່ໄທຽກວ່າ 8,241.1 ລ້ານບາທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.