ຄ່າບໍຣິໂພກ ໃນລາວສູງຂື້ນ
2010.04.26
ດັຊນີຣາຄາ ການບໍຣິໂພກ ສິນຄ້າໃນລາວ ສໍາລັບ ເດືອນມິນາ ໄດ້ເພິ້ມຂື້ນເປັນ 4.89% ຈາກ 4.71% ໃນເດືອນ ກຸມພາ ປີນີ້. ຕາມລາຍງານ ຂອງອົງການຂ່າວ ຊິນຫົວທີ່ອ້າງ ຕາມໜັງສືພິມ ວຽງຈັນທາຍ. ລາຍງານວ່າ ຣາຄາສິນຄ້າ ປະເພດໃຊ້ສອຍ ສວ່ນຕົວ ແລະເຄື່ອງເອ້ ເພີ້ມຂື້ນ 10.71% ໃນເດືອນມິນາ ເມື່ອທຽບກັບ ລະຍະດຽວກັນ ຂອງປີຜ່ານມາ. ຣາຄາ ດ້ານຂົນສົ່ງແລະ ຄົມມະນາຄົມ ເພີ້ມຂື້ນ 8.5% ຈາກ ລະຍະດຽວກັນ ຂອງປີຜ່ານມາ ຍ້ອນວ່າ ຣາຄານໍ້າມັນ ເພີ້ມຂື້ນ. ຣາຄາສິນຄ້າ ປະເພດເຫລົ້າ ແລະເຄື່ອງດື່ມ ເພີ້ມຂື້ນ 4.81 % ເມື່ອທຽບກັບ ລະຍະດຽວກັນ ຂອງປີຜ່ານມາ ໃນຂະນະທີ່ ຣາຄາອາຫານ ເພີ້ມຂື້ນ 4.31%. ຣາຄາອາຫານ ຢູ່ໃນຮ້ານອາຫານ ເພີ້ມຂື້ນ 3.76% ເມື່ອທຽບກັບ ລະຍະດຽວກັນ ຂອງປີຜ່ານມາ ແລະ ຣາຄາບ້ານເຮືອນ ເພີ້ມຂື້ນ 3.17%.
ສ່ວນອັດຕຣາ ເງິນເຟີ້ ສິ່ງຂອງແພງນັ້ນ ໄດ້ຖີບສູງຂື້ນ ໃນທ້າຍປີຜ່ານ ມາຈາກ 1.84% ຂື້ນມາເປັນ 4.71% ຫລັງຈາກ ອັດຕຣາເງິນເຟີ້ ໃນລາວ ໄດ້ຕົກຕໍ່າ ທີ່ສຸດ ຍ້ອນໄດ້ຮັບຜົນ ກະທົບ ຈາກວິກິດການ ເສຖກິດໂລກ. ການໄພຍະກອນ ຂອງນັກເສຖສາດ ໃນລາວວ່າ ອັດຕຣາເງິນເຟີ້ ຢູ່ໃນລາວຈະເພີ້ມ ຂື້ນເລື້ອຍໆ ຍ້ອນເສຖກິດ ໃນລາວຟື້ນຕົວຄືນ ແລະ ຣາຄານໍ້າມັນ ແພງຂື້ນ.