ສວັນນະເຂຕເກີດບັນຫາ ແມງໄມ້ທໍາລາຍພືຊ
2010.03.30
ໃນຣະຍະຜ່ານມານີ້ ແຂວງສວັນນະເຂຕ ປະສົບກັບບັນຫາ ກາຣຣະບາດຂອງ ພຍາທແລະແມງໄມ້ ກັດກິນຕົ້ນເຂົ້າ ຢ່າງຮ້າຍແຮງ ສ້າງຄວາມເສັຽຫາຍ ຕໍ່ຜົລຜລິຕຂອງ ປະຊາຊົນຢ່າງ ຫລວງຫລາຍ ເພາະຂາຍບໍ່ໄດ້ ຣາຄາ ຈຶ່ງມີກາຣຮ້ອງຮຽນ ຕໍ່ທາງກາຣກ່ຽວຂ້ອງ ໄດ້ຊ່ວຍແກ້ໄຂ ດັ່ງທ່ານຄຳມ່ວນ ພິລາວົງ ຮອງຫົວໜ້າແຂນງ ປູກຝັງ ປະຈຳແຂວງ ສວັນນະເຂຕ ໄດ້ກ່າວວ່າ:
“ບັນຫາເຣື່ອງສັຕຣູພືຊ ໃນຣະຍະຜ່ານມາ ກໍຖືວ່າໄດ້ ມີກາຣຣະບາດ ຂອງສັຕຣູພືຊ ຫລາຍຊນິດ ໂດຽສະເພາະພວກ ເພັ້ຽໄຟ ແລະ ກໍມີພຍາທ”.
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣຣະບາດ ຂອງພຍາທແລະ ແມງໄມ້ຕ່າງໆ ທີ່ກໍາລັງມີ ບັນຫາໜັກໜ່ວງ ໃນປັຈຈຸບັນ ນີ້ນັ້ນ ແມ່ນຢູ່ໃນເຂຕ ຂອງ 2 ຕົວເມືອງເຊັ່ນ: ເມືອງຊະນະບຸຣີ ແລະເມືອງສອງຄອນ ທີ່ປະຊາຊົນ ຊາວກະສິກອນ ຈະໄດ້ຮັບຜົລ ກະທົບຫລາຍທີ່ສຸດ ແລະ ທາງແຜນກກະສິກັມ ແລະປ່າໄມ້ ປະຈຳແຂວງກໍໄດ້ ສົ່ງນັກວິຊາກາຣ ອອກສຳຣວຈຕາມ ພື້ນທີ່ເພື່ອ ຫາວິທີແກ້ໄຂ ແລະປ້ອງກັນ. ນອກຈາກນັ້ນ ຍັງມີກາຣແນະນຳ ໃຫ້ຄວາມຮູ້ດ້ານ ກາຣປ້ອງກັນ ພຍາທ ແລະປາບ ສັຕຣູພືຊ ແກ່ຊາວກະສິກອນ ຕື່ມອີກ:
“ກໍສາມາດຍັບຍັ້ງ ແລະຫລຸດຜ່ອນ ກາຣຣະບາດ ທຳລາຍໄດ້ ເພາະວ່າທາງທີມ ງານວິຊາກາຣ ກໍໄດ້ລົງຕິດຕາມ ແລະສຳຣວຈ ແລະກໍໄດ້ແນະນຳ ໃຫ້ຊາວກະສິກອນ ຫາວິທີປ້ອງກັນ ໃນເບື້ອງຕົ້ນ”.
ເຈົ້າໜ້າທີ່ລາວ ທ່ານນີ້ ໄດ້ກ່າວຢ້ຳວ່າ ສຳຫລັບຕົ້ນເຂົ້າ ທີ່ເປັນພຍາທ ໃນເຂຕເມືອງ ຊະນະບຸຣີ ແລະ ເມືອງສອງຄອນນັ້ນ ທາງແຜນກກະສິກັມ ປະຈຳແຂວງ ໄດ້ມອບ ໝາຍໃຫ້ໜ່ວຍງານ ປູກຝັງເປັນຜູ້ຈັດ ຕັ້ງປະຕິບັຕ ໂດຽກາຣຮ່ວມມືກັບ ແຕ່ລະໝູ່ບ້ານ ເພື່ອຫາວິທີທາງ ປ້ອງກັນ.