ຢູກາລີບຕັສ ສວັນນະເຂດ ຕ້ອງການຕລາດ

ຊາວກະສີກອນ ຜູ້ທີ່ປູກຕົ້ນ ຢູກາລີບຕັສ ຢູ່ແຂວງ ສວັນນະເຂດ ມີບັນຫາ ທາງດ້ານຕລາດ ເພາະບໍ່ມີ ໂຮງງານຜລີດເຈັ້ຽ ໃນແຂວງດັ່ງກ່າວ ທີ່ຈະຂາຍ ເປັນວັດຖຸດີບ ປອ້ນໂຮງງານ.

0:00 / 0:00

ຊາວກະສີກອນ ຜູ້ທີ່ປູກຕົ້ນ ຢູກາລີບຕັສ ທີ່ແຂວງ ສວັນນະເຂດ ຕາມນະໂຍບາຍ ສົ່ງເສີມການປູກຕົ້ນໄມ້ ເສຖກີດຂອງ ຣັຖບານດ້ວຍ ການສນັບສນູນ ຈາກບໍຣິສັດ ເອກຊົນເລີ້ມ ແຕ່ປີ2002 ເປັນຕົ້ນມາເທົ່າ ເຖີງປັດຈຸບັນ ຕົ້ນໃມ້ດັ່ງກ່າວ ກໍ່ມີການອອກ ດອກອອກຜົລ ແຕ່ຂາດຕລາດ ຈະຂາຍເພາະບໍມີ ໂຮງງານຜລີດ ເຈັ້ຽໃນຂົງເຂດ ທີ່ຈະຂາຍເປັນ ວັຖຸດີບ ຈື່ງເຮັດໃຫ້ ຊາວກະສີກອນ ຂາຍເປັນຖ່ອນໄມ້ ນອ້ຍໆໃນຣາຄາຖືກໆ ເຮັດໃຫ້ພວກຂະເຈົ້າຂາດສັດທາ ໃນໂຄງການ ດັ່ງກ່າວ ດັ່ງເຈົ້າຫນ້າທີ່ ອຸດສາຫະກັມ ແລະ ການຄ້າແຂວງສວັນນະເຂດ ທ່ານນື່ງເວົ້າວ່າ:

“ຕົວຢ່າງຄືໄມ້ວີກ ຣາຄາມັນຕ່ຳ ມັນກໍ່ຖືກ ໂຕນນື່ງເທົ່າໃດ ມີແຕ່ 800ບາດ ປະຊາຊົນຜູ້ປູກ ກຳລັງໃຈເຂົາ ກໍບໍເຊື່ອຫມັ້ນວ່າ ຊີ່ໄດ້ຂາຍ ຫລືບໍ່ໄດ້ຂາຍ ແລະພວກເຮົາເສັຽ ຜົລປະໂຫຍດໄມ້ນ້ອຍຫລາຍ ບໍມີຜູ້ທຳການ ຜລີດບໍມີຜູ້ ບົດເພື່ອຂາຍ ສົ່ງອອກ.”

ໂຄງການປູກຕົ້ນ ຢູກາລີບຕັສ ໃນແຂວງ ສວັນນະເຂດ ເລີ້ມມາແຕ່ປີ 2002 ໃນ3ຕົວເມືອງ ດັ່ງທີ່ເມືອງ ເຊໂປນ ເມືອງພີນ ແລະເມືອງນອງ ຊື່ງມີບໍຣິສັດ ເອກຊົນ 3 ບໍຣິສັດໃຫຍ່ໆ ໃຫ້ການສົ່ງເສີມ ດັ່ງບໍຣິສັດ ເບີຮາ-ລາວ ຂອງອີນເດັຽ ບໍຣິສັດ ດັບເບີເອ ຂອງໄທ ແລະ ບໍຣິສັດ ດວງຕາເວັນ ຜລີດເຈັ້ຽລາວ ຂອງຈີນ. ແຕ່ບໍຣິສັດ ດັ່ງກ່າວບໍໄດ້ ຕັ້ງໂຮງງານຜລີດເຈັ້ຽຂື້ນແລະກໍ່ ບໍ່ສາມາດຊື້ ວັດຖຸດີບຈາກ ພວກຂະເຈົ້າໄດ້ ຈື່ງເຮັດໃຫ້ ຂະເຈົ້າຂາຍເປັນຖ່ອນໄມ້ ໃນຣາຄາຖືກໆ ບໍ່ກຸ້ມທືນໃນ ການປູກຝັງແລະ ຂາດຄວາມເຊື່ອຖື ໃນແຜນການ ຂອງຮັຖບານ ດັ່ງທ່ານ ໄຊສົມພອນ ພົມວີຫານ ຮອງປະທານສະພາ ໄດ້ກ່າວກ່ຽວກັບເລື້ອງນີ້ວ່າ:

“ການຜລີດເປັນ ສີນຄ້າ ຂອງປະຊາຊົນ ໃນຫລາຍບ້ານ ແຕ່ຍັງຂາດການ ຊຸກຍູ້ຈາກ ຮັຖບານ ໃນຫລາຍດ້ານ ໂດຍສະເພາະ ທາງດ້ານຕລາດ ຊື່ງປະຊາຊົນ ຜູ້ຜລີດຈຳເປັນຕ້ອງໄດ້ຂາຍຜົລ ຜລີດຂອງຕົນໃນ ຣາຄາຕ່ຳກວ່າ ຕົ້ນທືນ ເຮັດໃຫ້ການຜລີດ ຂອງປະຊາຊົນຕອ້ງ ໄດ້ຢຸດສງັກແລະ ເປັນຫນີ້ສີນຕໍ່ ທະນາຄານ.”

ນີ້ແມ່ນນື່ງໃນ ຕົວຢ່າງຂອງແຜນ ການເສຖກິດຂອງ ຣັຖບານລາວ ໃນການປູກຕົ້ນໃມ້ ເສຖກີດ ແລະ ກະເສດພັນທະ ປະເພດຕ່າງໆ ທີ່ຣັຖບານ ຂາດການວາງແຜນ ດ້ານຕລາດ ກຸ່ມນາຍທືນ ເມື່ອເວລາທີ່ ຂະເຈົ້າບໍ່ຕ້ອງການ ຫລືໃນເມື່ອ ຣາຄາຕົກຕ່ຳ ຂະເຈົ້າກໍ່ບໍ່ຊື້ເພາະ ບໍ່ໄດ້ລົງທືນ ໃນການປູກຝັງ ຜູ້ທີ່ໄດ້ຮັບ ຄວາມເສັຽຫາຍ ກໍ່ແມ່ນຊາວກະສີກອນ ລາວນັ້ນເອງ.