ເຂດເນື້ອທີ່ດິນ ປູກກາເຟ ຖືກໝູນໃຊ້ ໄປໃນທາງອື່ນ

ປັດຈຸບັນນີ້ ຊາວສວນ ໝາກກາເຟ ຢູ່ແຂວງພາກໃຕ້ ຂອງລາວ ບໍ່ໝັ້ນໃຈ ກ່ຽວກັບ ໂຄງການ ປູກຕົ້ນຢາງພາຣາ ຂອງນັກລົງທືນ ຕ່າງປະເທດ ເພາະວ່າ ໂຄງການ ດັ່ງກ່າວ ເຮັດໃຫ້ເນື້ອທີ່ ປູກກາເຟ ຫລຸດລົງ.
ສົມເນ ຣາຍງານ
2008.10.27

ນອກນັ້ນ ໂຄງການຂຸດຄົ້ນ ບໍ່ຮ່ ທີ່ແຜ່ລາມ ເຂົ້າມາ ​​ໃນບໍຣິເວນ ປູກກາເຟນັ້ນເຮັດໃຫ້ພື້ນທີ່ ປູກກາເຟ ຂະຫຍາຍໂຕ ບໍ່ໄດ້ແລະ ເຂົາກໍເປັນຫ່ວງ ນໍາໂຊກຊາຕາກໍາ ຂອງເຂົາເຈົ້າ ວ່າໃນນາຄົດ ຕໍ່ໄປຈະເປັນແນວໃດ.

ຊາວກະສິກອນ ປູກຕົ້ນກາເຟ ຕ້ອງການ ໃຫ້ຣັຖບານ ກໍານົດ ຂອບເຂດ ຂອງການຜລິດ ໃຫ້ຄັກແນ່ໂດຍຜ່ານ ການວິໃຈ ແລະຕັ້ງລະບຽບ ການຄຸ້ມຄອງ ໃຫ້ດີ. ທ່ານ ຄໍາຫລ້າ, ຊາວສວນໝາກກາເຟ ໃນເຂດເມືອງປາກຊ່ອງໃຫ້ທັດສະນະວ່າ ການປູກຕົ້ນ ຢາງພາຣາໄດ້ແຜ່ລາມເຂົ້າມາ ໃນເຂດເມືອງປາກຊ່ອງ ຊື່ເປັນເຂດອຸດົມສົມບູນທີ່ສຸດ ດ້ານການກະສິກໍາໃນປະເທດລາວເຮັດໃຫ້ເນື້ອທີ່ ປູກກາເຟ ຊື່ງເປັນອາຊີບຫລັກ ຂອງຊາວສວນບໍ່ສາມາດ ຂະຫຍາຍຕົວໄດ້.

ໃນຂະນະດຽວກັນ ທ່ານ ສີໜຸກ ສີສົມບັດ ປະທານສະມາຄົມໝາກກາເຟລາວ ໄດ້ເປີດເຜີຽ ວ່າໃນລະຍະ 2-​3 ປີ ຜ່ານມານີ້ ຊາວສວນໝາກກາເຟ ມີຄວາມພໍໃຈ ກັບອາຊີບຂອງຕົນ ເມື່ອຣາຄາໝາກກາເຟສູງຂື້ນ ຈາກປະມານເກືອບ 2,000 ​ໂດລາ ສະຫະຣັຖ ຕໍ່ນື່ງໂຕນໃນປີ 2007 ຂື້ນເປັນ ປະມານເກືອບ 2,800 ​ໂດລາ ສະຫະຣັຖ ຕໍ່ນື່ງໂຕນ ໃນປີ 2008 ນີ້.

ທ່ານວ່າ ເພື່ອໃຫ້ຊາວສວນກາເຟ ມີລາຍໄດ້ຕື່ມຂື້ນ ມັນຈໍາເປັນຕ້ອງ ມີການຂະຫຍາຍເນື້ອທີ່ປູກກາເຟໃຫ້ກ້ວາງອອກໄປ. ນັກວິຊາການໄທ ທ່ານນື່ງ ທີ່ເຂົ້າມາສັງເກດການ ດິນປູກຝັງ​ ​ໃນເຂດເມືອງປາກຊ່ອງ ໃຫ້ທັດສະນະວ່າ ນັກທຸຣະກິດ ໃນເຂດເອເຊັຽ ໃຜໆ ກໍຮູ້ຈັກວ່າດິນປູກຝັງ ​​ໃນເຂດເມືອງປາກຊ່ອງ ເປັນດິນ ທີ່ເໝາະສົມຫລາຍ ສໍາລັບ ປູກພືດ ກະສິກໍາປະເພດຕ່າງໆ ທີ່ເຮັດໃຫ້ປະເທດລາວສາມາດ ສ້າງເປັນຄັງສະບຽງອາຫານໃຫ່ຽ ຂອງໂລກ ຄືກັນກັບປະເທດເພື່ອນບ້ານ​​ໄດ້, ແຕ່ວ່າເນື້ອທີ່ປູກຊໍ້າພັດຖືກຈໍາກັດ ເຂົ້ານັບມື້, ​ແລະ ຂາດ ວິທີ ການນໍາໃຊ້ ທີ່ດິນ ໃຫ້ຖືກຕ້ອງ.

ທ່ານວ່າ ດິນປູກຝັງ ໃນເຂດເມືອງປາກຊ່ອງ ສາມາດໃຊ້ເປັນເນື້ອທີ່ ປູກຝັງ ພືດອາຫານ ຫລາຍຊນິດ ທີ່ລາວ ສາມາດ ສົ່ງອອກໄປຂາຍ ຕ່າງປະເທດແລະ ນໍາລາຍໄດ້ ມາໃຫ້ປະຊາຊົນ ແລະ ຣັຖບານ ຢ່າງມະຫາສານ. ທ່ານວ່າ ເມື່ອມາເຫັນໂຕຈິງແລ້ວ ທ່ານມີຄວາມເປັນຫ່ວງ ທີ່ເນື້ອທີ່ປູກຝັງ ຈໍານວນຫລວງຫລາຍ ຖືກນໍາ​​ໃຊ້ ປູກຕົ້ນຢາງພາຣາໝົດແລະນຸຍາດໃຫ້ມີການຂຸດຄົ້ນ ແຮ່ທາດ ໃນບໍຣິເວນທີ່ອຸດົມສົມບູນ ນີ້.

ປະເທດໄທ ມີປະສົປະການໃນການປູກຕົ້ນໄມ້ ອຸດສະຫະກໍຫລາຍຊະນິດ. ການປູກຕົ້ນຢາງພາຣາແລະການຂຸດຄົ້ນ ແຮ່ທາດ ບໍ່ແມ່ນການພັດທະນາ ທີ່ຍືນຍົງ, ວັນນື່ງໃນຂ້າງໜ້າ​ ​ແຮ່ທາດ ກໍຈະໝົດຊິ້ນໄປ, ພື້ນທີ່ ທີ່ໃຊ້ປູກຕົ້ນຢາງພາຣາ ກໍຈະສື່ເສັຽ ຄຸນະພາບເຮັດໃຫ້ແຫລ່ງນໍ້າ ບົກແຫ້ງ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 04, 2009 03:02 PM

ຢາກໃຫ້ດິນເຂດປາກຊ່ອງຢູ່ໃນຮູບເດິມຂອງເຂົາເຈົ້າແລະຢາກໄດ້ຍິນຄຳວ່າກາເຟປາກຊ່ອງຕະຫຼອດໄປ