ຂ.ຢຸນນ່ານສົນໃຈຄ້າ ກັບເອເຊັຽສ່ຽງໃຕ້

ແຂວງຢຸນນ່ານ ຂອງຈີນ ເອົາໃຈໃສ່ ການເຊື່ອມຕໍ່ ການຄ້າກັບ ເອເຊັຽ ຕະເວັນອອກ ສ່ຽງໃຕ້.

0:00 / 0:00

ກົດຟັງສຽງ

ແຂວງຢຸນນ່ານ ຂອງຈີນ ກໍາລັງຈັດຕັ້ງ ປະຕິບັດ ໂຄງການ ພັທນາຍຸທສາດ ສິບປີທີ່ ເອີ້ນວ່າ Bridgehead Strategy ເພື່ອເຣັດໃຫ້ ແຂວງນີ້ກາຍ ເປັນຈຸດເຊື່ອມຕໍ່ ທາງການຄ້າ ລະຫ່ວາງຈີນ ກັບເອເຊັຽ ຕະເວັນອອກສ່ຽງໃຕ້. ທ່ານ Xiong Quinhua ຫົວໜ້າ ກັມມະການ ການຄ້າ ປະຈໍາແຂວງຢຸນນ່ານ ກ່າວວ່າ ປີນີ້ ເປັນປີທໍາອິດ ທີ່ທາງແຂວງ ເລີ້ມຈັດຕັ້ງ ປະຕິບັດ ໂຄງການ ຍຸທສາດ ດັ່ງກ່າວ. ທ່ານວ່າ ເນື້ອໃນຂອງແຜນ ພັທນາຍຸທສາດ ໂຕນີ້ ແມ່ນເນັ້ນໃສ່ ການສ້າງເສັ້ນທາງ ຄົມມະນາຄົມ ແລະ ຈັດຕັ້ງຖານ ການຜລິດການຄ້າ ຕ່າງປະເທດຂື້ນ ເນື່ອງຈາກວ່າ ຈີນກັບອາຊຽນ ໄດ້ປະຕິບັດ ເຂດການຄ້າ ເສຣີແລ້ວ.

ເສັ້ນທາງ ຄົມມະນາຄົມ ໃໝ່ແມ່ນ ເພື່ອຕັດຮອນ ລາຍຈ່າຍຄ່າ ຂົນສົ່ງລົງ. ໃນລະຍະຜ່ານມາ ເຖິງປັດຈຸບັນ ສິນຄ້າທີ່ຜລິດ ຢູ່ໃນແຂວງຢຸນນ່ານ ຕ້ອງຂົນສົ່ງໄປ ຍັງທ່າກໍ່າ ປັ່ນຕ່າງໆ ຢູ່ໃນເມືອງທ່າ ພາກຕະເວັນອອກ ສ່ຽງໃຕ້ ຂອງຈີນກ່ອນຈະ ເອົາໃສ່ກໍາປັ່ນ ເພື່ອສົ່ງໄປຂາຍ ໃນຕະລາດ ເອເຊັຽ ຕະເວັນອອກ ສ່ຽງໃຕ້ ຜ່ານຊ້ອງແຄບ ມາລາກາ.

ໃນເຣື້ອງດຽວກັນນີ້ ທ່ານ Qin Guangrong ຜູ້ປົກຄອງ ແຂວງຢຸນນ່ານ ກ່າວວ່າ ຄວາມພຍາຍາມ ຂອງ ແຂວງຢຸນນ່ານ ມີສອງຢ່າງໃຫ່ຽໆ ຄື: ນື່ງຈະເຮັດໃຫ້ ແຂວງນີ້ ເປັນຖານ ອຸດສາຫະກັມ ທີ່ໂອນມາຈາກ ພາກຕະເວັນອອກ ຂອງຈີນ, ແລະສອງ ຈະເຮັດໃຫ້ເປັນ ຖານຜລິດສິນຄ້າ ເພື່ອສົ່ງອອກ ໄປຂາຍໃນ ບັນດາປະເທດ ເອເຊັຽ ຕະເວັນອອກ ສ່ຽງໃຕ້.

ທ່ານວ່າ ຢຸນນ່ານ ສາມາດເປັນຂົວ ເພື່ອເຊື່ອມຕໍ່ ຕລາດໃຫ່ຽ 3 ຕລາດຄື ຕລາດພາຍໃນ ປະເທດຈີນເອງ ຕລາດເອເຊັຽ ຕະເວັນອອກ ສ່ຽງໃຕ້ ແລະຕລາດ ເອເຊັຽໃຕ້. ຖ້າຫາກວ່າ ແຂວງຢຸນນ່ານ ສາມາດສ້າງທາງ ຄົມມະນາຄົມ ທາງບົກ ທີ່ມາຕຖານ ໄປຍັງພະມ້າ ລາວ ແລະວຽດນາມ ຈະເຮັດໃຫ້ ສິນຄ້າຈີນ ຖືກນໍາໄປຂາຍ ຢູ່ໃນຕລາດ ເອເຊັຽ ຕະເວັນອອກສ່ຽງໃຕ້ ຫລາຍຂື້ນ ເພາະວ່າຄ່າຂົນສົ່ງ ຈະຫລຸດລົງ ເຖິງເຄິ່ງນື່ງ ຈາກການໃຊ້ ເສັ້ນທາງ ໃນປັດຈຸບັນ.