ນັກທ່ອງທ່ຽວ ເຂົ້າໄປ ແຂວງເຊກອງ ເພີ້ມຂຶ້ນ
2008.06.20
ທ່ານ ເພັດສວັນ ສີໂຕນ ຫົວໜ້າ ຫ້ອງການ ທ່ອງທ່ຽວ ແຂວງເຊກອງ ເປີດເຜີຍວ່າ ເບິ່ງຕາມຈຳນວນ ນັກທ່ອງທ່ຽວ ເຂົ້າມາ ພາຍໃນແຂວງ ໃນເຄິ່ງທຳອິດ ຂອງປີ 2008 ເຫັນວ່າ ຈຳນວນ ໄດ້ຕື່ມສູງຂື້ນ ກ່ວາປີກາຍນີ້ ເຖິງວ່າ ແຂວງເຊກອງ ຈະເປັນ ແຂວງນ້ອຍໆ ທີ່ບໍ່ໄດ້ຮັບ ການພັດທະນາ ດ້ານການທ່ອງທ່ຽວ ສູງຊໍ່າກັບ ແຂວງໃຫຍ່ໆກໍຕາມ ດັ່ງທ່ານ ໄດ້ກ່າວວ່າ:
“ສຳລັບ 2008, 6 ເດືອນ ຕົ້ນປີນີ້ ກຳລັງ ສລຸບໄດ້ ຢູ່ 9000 ກວ່າຄົນ ກະວ່າ ປີນີ້ ຈະໄດ້ ຢູ່ປະມານ 15 ຫາ 16 ພັນຄົນ.”
ຫ້ອງການ ທ່ອງທ່ຽວ ແຂວງເຊກອງ ກະວ່າ ແຕ່ລະປີ ຈະຂະຍາຍ ວຽກການ ດ້ານທ່ອງທ່ຽວ ໃຫ້ໃຫຍ່ຂື້ນ ທຸກໆປີ. ໃນປີ 2007 ໄດ້ມີ ນັກທ່ອງທ່ຽວ ເຂົ້າມາ 13 ພັນຄົນ ແລະ ໃນປີ 2008 ກະວ່າ ຈະຂື້ນ ຕື່ມ 20 ສ່ວນຣ້ອຍ.
ການທ່ອງທ່ຽວ ແຂວງເຊກອງ ສ່ວນຫຼາຍ ຈະເປັນ ການທ່ອງທ່ຽວ ປະເພດ ທ່ຽວຊົມ ທັມມະຊາດ ແລະ ວັດທະນະທັມ ເຊັ່ນ ຢູ່ເມືອງກະລຶມ ກໍມີ ຖ້ຳເຕັ່ງ ມີປະເພນີ ບຸນກິນ ຄວາຍໃນ ເດືອນ 3 ງານສະແດງ ສິລປະ ຂອງຊົນເຜົ່າ. ນັກທ່ອງທ່ຽວ ສ່ວນຫຼາຍ ຈະມາຈາກ ແຂວງຈຳປາສັກ ແລະ ຈາກປະເທດ ເພື່ອນບ້ານ ເພື່ອຜ່ານໄປ ວຽດນາມ ແລະ ໄທ. ດັ່ງ ທ່ານ ເພັດສວັນ ໄດ້ກ່າວວ່າ:
“ສ່ວນຫຼາຍ ກໍມີ ຊາວວຽດນາມ ແລະ ຊາວໄທ ຊາວຕະເວັນຕົກ ກໍສ່ວນໜ້ອຍ ປະມານ 100-200 ປາຍຄົນ.”
ການທ່ອງທ່ຽວ ແຂວງເຊກອງ ບໍ່ມີແຜນການ ໂຄສະນາ ປະຊາສຳພັນ ການທ່ອງທ່ຽວ ເປັນຕົນເປັນໂຕ ມີແຕ່ການຮ່ວມມື ແລະ ອຳນວຍ ຄວາມສະດວກ ໃຫ້ແກ່ ນັກການທ່ອງທ່ຽວ ທໍ່ນັ້ນ.