ສວັນ vegas casino ຕ້ອງການພນັກງານ 1,200 ຄົນ
2009.02.03

ໂຮງແຮມ ສວັນ ເວກາສ ເປັນບອ່ນຫລີ້ນ ກາຊີໂນ ຣີຊອດ ຣະດັບ 5ດາວ ທີ່ສ້າງໂດຍ ກຸ່ມນັກ ທຸຣະກິດ ຈາກມາກາວ ດ້ວຍການ ລົງທືນປະມານ 40 ລ້ານໂດລາ ສະຫາຣັຖ ເພື່ອດືງດູດ ນັກທ່ອງທ່ຽວ ແລະນັກຫລີ້ນ ການພນັນ ໃນຂົງເຂດ ໃຫ້ມາຫລີ້ນ ທີ່ນີ້ແລະ ກໍ່ເປັນໂຄງການ ທີ່ຈະຊ່ອຍ ໃຫ້ຄົນລາວ ມີວຽກເຮັດ ງານທຳ ນຳອີກ ດັ່ງນາງ ແພງມະນີ ສຸລີໄຊ ແພນເຄກ ຮອງຫວົຫນ້າຝ່າຍ ປະຊາສຳພັນ ສວັນ-ເວກາສ ກ່າວກ່ຽວ ກັບຄວາມຕ້ອງ ການແຮງງານ ໃນການ ບໍຣີການວ່າ:
ເຮົາຍັງມີ ຄວາມຕ້ອງການ ພນັກງານ ເພີ້ມຫລາຍ ພນັກງານ ບໍພໍປະມານ 1,200 ຄົນນີ້ແຫລະ ຈື່ງຈະ ສາມາດ ເປີດບໍຣີການ ໄດ້ຢ່າງເຕັມທີ່ ອັນນີ້ເຮົາ ຍັງບໍ່ໄດ້ເຕັມ ດຽວນີ້ມີ 900 ຄົນ ເຮົາກຳລັງ ຝືກກັນຢູ່ ມັນຂື້ນຢູ່ກັບ ຫນ້າວຽກ ຖ້າເຮັດອັນໃດ ຄົນລາວເຮັດໄດ້ ມັນເປັນ ບູຣິມະສິດ ຄົນລາວຫມົດ ທາງບໍຣີສັດ ກຳລັງຊອກຫາແຮງ ງານຜູ້ທີ່ມີ ຄວາມຊຳນານ ກ່ຽວກັບ ດ້ານນີ້ເພື່ອມາ ບໍຣີການ ນັກທ່ອງທ່ຽວ ຫລືນັກຫລີ້ນ ການພນັນ ຊື່ງໃນປັດຈຸບັນ ກໍ່ມີ ພນັກງານ ທີ່ຜ່ານການ ຝືກອົບຣົບ ແລະກໍ່ ກຳລັງຕຽມ ງານຢູ່ແລ້ວ ປະມານ 900 ຄົນແລະອີກ 300 ຄົນກຳລັງ ຝືກອົບຣົບຢູ່ ກ່ຽວກັບ ເຫດວິກິດ ທາງດ້ານ ເສຖາກິດ ທີ່ຈະສົ່ງ ຜລົກະທົບ ຕໍ່ການວ່າຈ້າງ ແຮງ ງານທອ້ງຖີ່ນ ນາງກ່າວວ່າ:
ເພາະວ່ານີ້ແມ່ນ ຕລາດໃຫມ່ ໂຄງການນີ້ ໂດຍສເພາະ ຢູ່ທາງພາກ ໃຕ້ບໍ່ເຄີຍມີ ເຮົາຍັງ ເວົ້າບໍ່ໄດ້ ທາງເຮົາກໍ່ ພຍາຍາມຊ່ອຍ local ໃຫ້ຫລາຍ ມັນຂື້ນຢູ່ ກັບຄວມ ຕ້ອງການ ຂອງຕລາດ ຕາມຄວາມເປັນຈີງ.
ສວັນ ເວກາສ ເປັນສຖານທີ່ ຫລີ້ນກາຊີ ໂນຣະດັບ 5 ດາວ ບອ່ນທຳອີດ ໃນລາວ ທີ່ຕັ້ງ ຢູ່ແຂວງ ສວັນນະເຂດ ຊື່ງເປັນແຂວງ ທີ່ເຊື່ອມໂຍງ ໃນແຜນການ ພທັນາ ເສຖກິດ ຕາເວັນອອກຕາເວັນຕົກຂອງຂົງເຂດ ຜູ້ລົງທືນຄາດການວ່າ ຈະມີນັກທ່ອງທ່ຽວເຂົ້າມາຫລີ້ນການພນັນ ໃນສຖານທີ່ແຫ່ງນີ້ຫລາຍຂື້ນ ໃນອານາຄົດ ສ່ວນ ໃຫຍ່ຈະມາ ຈາກໄທ ວຽດນາມ ແລະຈີນ ຫລືປະເທດ ໃນຂົງເຂດ.