ແຂວງຄໍາມ່ວນ ພັທນາ ການທ່ອງທ່ຽວ
2008.06.30
ແຂວງຄໍາມວ່ນ ຖືເປັນແຂວງນຶ່ງ ທີ່ມີທ່າແຮງ ດ້ານການບໍຣິການ ແລະ ການທ່ອງທ່ຽວ ເພາະຖືວ່າ ຕັ້ງຢູ່ໃນເຂດ ທີ່ມີການເດີນທາງ ຜ່ານໄປມາ ບໍ່ວ່າ ຈະເປັນການໃຊ້ ເສັ້ນທາງ ເລກ 13, ຈາກພາກເໜືອ ຫາ ພາກໃຕ້ ຂອງປະເທດ, ຮວມໄປເຖິງ ການໃຊ້ທາງເລກ 12, ຈາກໄທ ຫາ ວຽດນາມ, ຊຶ່ງສົ່ງຜົນດີ ຕໍ່ການທ່ອງທ່ຽວ ໃນແຂວງ ດັ່ງກ່າວ ພໍສົມຄວນ. ທ່ານ ປັນຍາ ຈັນທະລາດ, ຮອງຫົວໜ້າ ຜແນກ ທ່ອງທ່ຽວ ແຂວງຄໍາມວນ, ຊີ້ແຈງ ວ່າ:
“ການທ່ອງທ່ຽວ ມີທ່າອຽງ ຂຍາຍໂຕ ເພາະວ່າ ເຫັນໄດ້ ຈາກໂຕເລກ ນັກທ່ອງທ່ຽວ ທີ່ເຂົ້າມາ ປັດຈຸບັນ ພວກເຮົາ ກໍາລັງ ຍົກຣະດັບ ມາຕຖານ ທຸຣະກິດ ການບໍຣິການ ຫລາຍໆ ພາກສ່ວນ ກໍໄດ້ຊ່ອຍກັນ ພັທນາ ແຕ່ລະໂຊນ.”
ຕັ້ງແຕ່ ເດືອນມົກກະຣາ ຫາ ເດືອນມິຖຸນາ ມີນັກທ່ອງທ່ຽວ ຜ່ານໄປ-ມາ ແຂວງຄໍາມ່ວນ ຫລາຍກ່ວາ 83,000 ຄົນ ແລະ ຊ່ອຍນໍາຣາຍໄດ້ ໃຫ້ແກ່ ແຂວງດັ່ງກ່າວ ບໍ່ຕໍ່າກ່ວາ 5.5 ລ້ານດອນລາ ສະຫະຣັດ, ຊຶ່ງຖືວ່າ ຫລາຍກ່ວາ ໃນລະຍະດຽວກັນ ຂອງປີກາຍນີ້. ທັ້ງນີ້ ເນື່ອງຈາກວ່າ ການເອົາໃຈໃສ່ ພັທນາການທ່ອງທ່ຽວ, ເປັນຕົ້ນ, ການໂຄສນາ ປະຊາສັມພັນ, ການລົງທຶນ ພັທນາ ແຫລ່ງທ່ອງທ່ຽວ ທາງທັມມະຊາດ ແລະ ວັທນະທັມ ຕາມສະຖານທີ່ ຕ່າງໆ, ການຂຍາຍ ແລະ ການຍົກຣະດັບ ບັນດາໂຮງແຮມ ເຮືອນພັກ, ຮ້ານອາຫານ ແລະ ແຫລ່ງບັນເທີງ ຕ່າງໆ, ຮວມໄປເຖິງ ການຊຸກຍູ້ ການຜລິດສິນຄ້າ ໃນທ້ອງຖິ່ນ ໃຫ້ກາຍເປັນ ຂອງຝາກ ທີ່ຣະລຶ ກຕ່າງໆ ແລະ ທີ່ສໍາຄັນ ທີ່ສຸດ ຄື ການພະຍາຍາມ ຂຍາຍ ໂຄງຮ່າງ ພື້ນຖານ ໃຫສະດວກ ທົ່ວເຖິງກັນ ດີຂຶ້ນ. ດັ່ງ ທ່ານ ປັນຍາ ກ່າວຕໍ່ໄປ ວ່າ:
“ຄັ້ນວ່າ ພື້ນຖານ ໂຄ່ງຮ່າງ ຂອງພວກເຮົາ ຫາກໄປຮອດ ໄປເຖິງຂຶ້ນ ການເດີນທາງ ແມ່ນຫຍັງ ມັນກໍງ່າຍ, ນັກທ່ອງທ່ຽວ ກໍໄປຫລາຍແບບນີ້, ໂຕຢ່າງ ຄື ກອງລໍ, ເຮົາຍັງ ຕິດຢູ່ເຣື້ອ ງເສັ້ນທາງ ຢ່າງດຽວ ເພາະວ່າ ໄຟຟ້າ ກໍມີແລ້ວ, ຣະບົບ ສື່ສານ ກໍມີແລ້ວ.”
ຖໍ້າຫີນ ກອງລໍ, ຂຸນນໍ້າ ກອງແລ, ພຣະທາດ ສີໂຄດຕະບອງ, ເຂື່ອນນໍ້າເທີນ 2 ແລະ ອື່ນໆ ຖືເປັນເຂດ ບໍຣິການ ດ້ານການທ່ອງທ່ຽວ ທີ່ສໍາຄັນ ຂອງແຂວງຄໍາມ່ວນ, ແຕ່ຕ້ອງການ ການລົງທຶນ ເພື່ອພັທນາ ແລະ ປົກປັກຮັກສາ ສະຖານທີ່ ດັ່ງກ່າວ ແລະ ຝຶກອົບຮົມ ຊາວບ້ານ ແລະ ເຈົ້າໜ້າທີ່ ຄຽງຄູ່ກັນໄປ ເພື່ອຈະເຮັດໃຫ້ ຂແນງການ ທ່ອງທ່ຽວ ກາຍເປັນ ແຫລ່ງສ້າງຣາຍໄດ້ ອີກທາງນຶ່ງ ຢ່າງຍືນຍົງ ໃນອະນາຄົດ ແກ່ແຂວງດັ່ງກ່າວ.