ນັກກິລາປິ໋ງປ໋ອງ ບໍ່ໄດ້ຫລຽນ ແຕ່ໄດ້ປະສົພກາຣ
ນັກກິລາປິ໋ງປ໋ອງທີມຊາຕລາວ ໄດ້ຫລິ້ນຢ່າງສຸດຄວາມສາມາດ ເຖິງບໍ່ໄດ້ຮັບຫລຽນຣາງວັນ ແຕ່ກໍໄດ້ປະສົບກາຣຫລາຍ ເພື່ອຮຽນຮູ້ເຊັ່ນກັນ.
-
ຫວາດ ສີມູນ
2009-12-18 -
-
-
Your browser doesn’t support HTML5 audio
ໃນງານມະຫະກັມກິລາຊີເກມສ໌ ຄັ້ງທີ່ 25 ທີ່ລາວເປັນເຈົ້າພາບ ຜ່ານພົ້ນໄປນີ້ ທາງນັກກິລາປິ໋ງປ໋ອງ ທີມຊາຕລາວ ກໍໄດ້ຫລິ້ນ ຈົນສຸດຄວາມສາມາດ ເຖິງແມ່ນບໍ່ສາມາດ ໄດ້ຫລຽນ ແຫ່ງໄຊຊະນະ ມາຄອບຄອງກໍຕາມ ແຕ່ກໍມີປະສົບກາຣ ຫລາຍພໍສົມຄວນ ດັ່ງຍານາງແສງ ເດືອນ ຣາຊຈັນວົງ ຮອງຣັຖມົນຕຣີ ກະຊວງສຶກສາທິກາຣ ປະທານສະຫະພັນປິ໋ງປ໋ອງ ແຫ່ງຊາຕໄດ້ກ່າວວ່າ:
“ນັກກິລາເຮົາ ເຖິງຈະບໍ່ໄດ້ຫລຽນ ແຕ່ວ່າຝີມືດີຂຶ້ນກວ່າ ຄັ້ງທີ່ຜ່ານມາຫລາຍ ຄິດວ່າກາຣກິລາປິ໋ງປ໋ອງ ພວກເຮົາກໍຄິດວ່າ ຈະມີຄວາມສືບຕໍ່ ໃຫ້ມັນມີຝີມື (ດີ) ຂຶ້ນໄປເລື້ອຽໆ ສຳຫລັບນັກກິລາເຮົາ ແລະກໍຊຸກຍູ້ ສົ່ງເສີມຂະເຈົ້າ ຄິດວ່າໃນຕອນໜ້າທີ່ ກໍພຍາຍາມຈະ ໃຫ້ມີສູນຝຶກ ທີ່ມີມາຕຖານຂຶ້ນ”.
ພ້ອມດຽວກັນນີ້ ຍານາງແສງເດືອນ ກໍຢືນຢັນວ່າ ນອກຈາກຈະສ້າງ ສູນຝຶກປິ໋ງປ໋ອງ ໃຫ້ມີມາຕຖານຫລາຍ ກວ່າເກົ່າແລ້ວ ທາງສະຫະພັນປິ໋ງປ໋ອງ ຍັງຈະມີກາຣສົ່ງເສີມ ໃຫ້ນັກຮຽນໃນແຕ່ລະເມືອງ ຂອງແຕ່ລະແຂວງ ໄດ້ຫລິ້ນປິ໋ງປ໋ອງ ໃນວິຊາຮຽນ ແລະຈະມີກາຣຄັດເລືອກ ເອົາຜູ້ທີ່ມີຝີມືດີ ເຂົ້າມາເປັນສະມາຊິກ ຂອງສະຫະພັນປິ໋ປ໋ອງ ແຫ່ງຊາຕນຳອີກ ເພື່ອຝຶກຊ້ອມຢ່າງແທ້ຈິງ ເປັນກາຣຕຣຽມສໍາຫລັບ ກາຣແຂ່ງຂັນເທື່ອໃໝ່. ໃນຂະນະດຽວກັນນີ້ ຄຣູຝຶກນັກກິລາ ທັງຍິງແລະຊາຍ ຂອງທີມປິ໋ງປ໋ອງລາວ ກໍໃຫ້ຄຳເຫັນວ່າ:
“ຖ້າໃນພາບຮວມ ໃນຖານະເປັນໂຄ໊ຊ ໃນສ່ວນຕົວຜົມ (ຂ້າພະເຈົ້າ) ຕອບໄດ້ຊັດເຈນວ່າ ນັກກິລາເຮົາສາມາດ ຫລິ້ນໄດ້ດີຂຶ້ນ ຫລິ້ນໄດ້ດີກວ່າປີທີ່ແລ້ວ ຢ່າງເຫັນໄດ້ຊັດນັ້ນ ຄືສິ່ງໜຶ່ງທີ່ຕອບໄດ້ວ່າ ຜົລຈາກກາຣເກັບຕົວ ຝຶກຊ້ອມຣະຍະຍາວ ຢ່າງຕໍ່ເນື່ອງ ມັນທຳ (ເຮັດ) ໃຫ້ນັກກິລາຂອງ ເຮົາຫລິ້ນໄດ້ດີຂຶ້ນ”.
ຢ່າງໃດກໍຕາມ ກາຣແຂ່ງຂັນກິລາປິ໋ງປ໋ອງ ໃນງານມະຫະກັມຄັ້ງທີ່ 25 ຜ່ານພົ້ນໄປນີ້ນັ້ນ ມີນັກກິລາປິ໋ງປ໋ອງທັງໝົດ 82 ຄົນຈາກ 9 ປະເທສ ເພື່ອຊິງເອົາຫລຽນຄຳ 7 ຫລຽນໃນປະເພທໝູຄະນະ ປະເພທຄູ່ຍິງ-ຊາຍ ປະເພທດ່ຽວຍິງ ແລະຊາຍ ແລະຄູ່ປະສົມ ຊຶ່ງນັກກິລາປິ໋ງປ໋ອງ ລາວໄດ້ລົງແຂ່ງຂັນ ທັງໝົດ 7 ປະເພທດ້ວຍກັນ ແຕ່ກໍບໍ່ປະກົດເຫັນ ອອກເປັນຂ່າວວ່າ ໄດ້ຮັບຫລຽນຣາງວັນ ຈັກຫລຽນກັນແທ້?