ລາວເປັນຫ່ວງນໍາ ສະຖານະການໃນໄທ
2010.05.19

ໂຄສົກກະຊວງ ການຕ່າງປະເທດ ສປປລາວ ຖແລງກ່ຽວກັບ ສະພາບການທາງ ດ້ານການເມືອງໃນໄທ, ອີງຕາມລາຍງານ ຂ່າວທ້ອງຖິ່ນຈາກ ນະຄອນຫລວງວຽງຈັນ ໃນລະຍະຜ່ານ ມານີ້ ສະພາບຄວາມຂັດແຍ່ງ ທາງການເມືອງ ຢູ່ໃນ ຣາຊອານາຈັກໄທ ໄດ້ເພີ້ມທະວີ ຄວາມຮຸນແຮງຂື້ນ ຈົນເຖິງຂັ້ນມີ ການປະທະກັນ ດ້ວຍອາວຸດ ເຮັດໃຫ້ມີຜູ້ ເສັຍຊີວິດແລະບາດເຈັບ ເປັນຈຳນວນຫລວງຫລາຍ.
ສປປລາວ ໄດ້ຕິດຕາມສະພາບ ເຫດການທີ່ເກີດຂື້ນ ໃນໄທ ຢ່າງໃກ້ຊິດໃນ ຖານະເປັນປະເທດ ບ້ານໃກ້ເຮືອນຄຽງ. ສປປລາວ ມີຄວາມເປັນຫ່ວງ ຕໍ່ສະຖານະການ ຄວາມບໍ່ສງົບຂອງ ປະເທດເພື່ອນບ້ານ ຂອງຕົນ ເປັນຢ່າງຍິ່ງ ແລະຫວັງວ່າບັນດາ ຝ່າຍທີ່ກ່ຽວຂ້ອງ ທັງຫລາຍ ຈະພຍາຍາມໃຊ້ ຄວາມອົດກັ້ນ ແລະ ຊອກຊ່ອງທາງ ແກ້ໄຂບັນຫາຕ່າງໆ ໂດຍສັນຕິວິທີ ເພື່ອເຮັດໃຫ້ສະພາບ ການຢູ່ໄທ ກັບຄືນສູ່ ປົກກະຕິໂດຍໄວ ເພື່ອຜົນປະໂຫຍດ ຂອງປະຊາຊົນໄທ ຊຶ່ງກໍເພື່ອ ສັນຕິພາບ, ສະເຖັຽຣະພາບ ແລະ ຄວາມຮ່ວມມືພັທນາ ໃນພາກພື້ນນີ້.
ພ້ອມດຽວກັນນີ້ ທາງກະຊວງການ ຕ່າງປະເທດ ສປປລາວ ກໍໄດ້ອອກແຈ້ງການ ເຕືອນມາຍັງ ພົລເມືອງລາວ ຜູ້ທີ່ຈະເດີນທາງ ໄປປະເທດໄທ ແລະຜູ້ທີ່ອາສັຍ ຢູ່ໃນ ປະເທດໄທ ໃຫ້ມີຄວາມ ລະມັດລະວັງ ເປັນພິເສດ ແລະຫລີກເວັ້ນການ ເດີນທາງ ໄປບ່ອນທີ່ມີ ການປະທ້ວງ ແລະຖ້າບໍ່ຈຳເປັນ ກໍຂໍໃຫ້ ປະຊາຊົນລາວ ໂຈະການເດີນທາງ ໄປປະເທດໄທ ໃນລະຍະນີ້ກ່ອນ.