ເອກອັຄຣາຊທູຕຄົນໃຫມ່ ປະຈໍາສປປລາວ

ເອກອັຄຣາຊທູດ ຄົນໃຫມ່ ປະຈໍາລາວ ຂອງສະຫະຣັຖ ສາບານຕົວ ຮັບຕໍາແໜ່ງ ທີ່ກະຊວງການ ຕ່່າງປະເທດ ໃນມື້ນີ້.
ສິດນີ
2010.10.26

ກົດຟັງສຽງ

ຍານາງ Karen Steward ຜູ້ທີ່ຖືກແຕ່ງຕັ້ງ ໃຫ້ເປັນ ເອກອັຄຣາຊທູຕ ຄົນໃຫມ່ ຂອງສະຫະຣັຖ ປະຈຳລາວ ຈະເຂົ້າສາບານຕົວ ຮັບຕຳແຫນ່ງ ທີ່ກະຊວງການ ຕ່າງປະເທດສະຫະຣັຖ ໃນມື້ນີ້ ວັນທີ 25 ຕຸລາ ໂດຍມີ ມາດາມ Hillary Clinton ຣັຖມັນນຕຣີ ຕ່າງປະເທດ ສະຫະຣັຖ ເປັນປະທານ ໃນພິທີສາບານຕົວ ດັ່ງນາງກ່າວ ໃນຣະຍະທີ່ ຜ່ານມາວ່າ:

"ເປັນສີ່ງສຳຄັນ ທີ່ນາງຈະທຳຫນ້າທີ່ ເອກອັຄຣາຊທູດ ສະຫະຣັຖ ດ້ວຍບັນຍາກາດ ອັນຈີງຈັງ ໃນການ ພົວພັນກັບຣັຖລາວ ໃນບັນຫາດ້ານ ສິດທິມະນຸດ ເພື່ອໃຫ້່ມີການປ່ຽນແປງ ແລະເພື່ອຍົກຣະດັບ ຄວາມຮ່ວມມືກັບລາວໃຫ້ຫລາຍຂື້ນ ແລະ ໃນເວລາດຽວກັນ ນາງຈະຍົກບັນຫາ ການປະຕິບັດ ຕໍ່ດ້ານສິດທິມະນຸດ ກັບຣັຖບານລາວ".

ໃນການຕອບຄຳຖາມ ຂອງຄນະກັມມະການ ຄວາມພົວພັນຕ່າງ ປະເທດສະພາສູງ ສະຫະຣັຖ ໃນຣະຍະທີ່ຜ່ານມາ ນາງ Steward ກ່່າວວ່າ ນາງຈະສືບຕໍ່ ຄວາມຮ່ວມມື ກັບຣັຖບານລາວ ໃນຫລາຍບັນຫາ ໂດຍສະເພາະ ບັນຫາ ດ້ານສິດທິມະນຸດ, ການປາບປາມ ຢາເສບຕິດ, ການເກັບກູ້ ຣະເບີດ, ການຊອກຄົ້ນຫາ ທະຫານ ອະເມຣິກາ ທີ່ຫາຍສາບສູນໄປ ໃນປາງສົງຄາມ ແລະ ບັນຫາອື່ນໆ.

ທີ່ຜ່ານມາ ນາງໄດ້ເຮັດວຽກ ຢູ່ລາວ ໃນນາມຮອງທູຕ ຣະຫວ່າງປີ 1999 ມາຮອດປີ 2001 ແລະໃນປີຊຸ່ມປີ 1980 ນາງເປັນເຈົ້າຫນ້າທີ່ ຝ່າຍ ເສຖກິດ ຂອງສະຖານທູດ ສະຫະຣັຖ ປະຈຳລາວ. ນາງມີ ປະສົບປະການ ກ່ຽວກັບ ລາວ ເປັນຢ່າງດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.