ລາວ-ໄທແກ້ໄຂ ບັນຫາທີ່ຄ້າງຄາ

ລາວ-ໄທ ບັນລຸ ຂໍ້ຕົກລົງ ໃນຫລາຍໆ ປະເດັນ ແລະຫາລື ແກ້ໄຂບັນຫາ ທີ່ຍັງ ຄ້າງຄາຢູ່.
ໂພໄຊສວັດ
2010.10.15
F-thongloun ດຣ.ທອງລຸນສີສຸລິດ ກ່າວໃນກອງປະຊຸມ ການຮ່ວມມື ລາວ-ໄທ ຄັ້ງທີ 16 ທີ່ໄດ້ຈັດຂຶ້ນຢູ່ ໂຮງແຮມດຸສິດທານີ ບາງກອກປະເທດໄທ ໃນວັນທີ 14 ຫາ 15 ຕຸລາ 2010.
RFA

ກົດຟັງສຽງ

ດຣ. ທອງລຸນ ສີສຸລິດ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງ ການຕ່າງປະເທດ ສປປລາວ ແລະທ່ານ ກະສິດພິຣົມ ຣັຖມົນຕຣີ ກະຊວງການ ຕ່າງປະເທດໄທ ໄດ້ເປັນປະທານຮ່ວມ ຈັດກອງປະຊຸມ ຂອງຄນະ ກັມມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 16 ທີ່ໄດ້ຈັດຂຶ້ນຢູ່ ໂຮງແຮມ ດຸສິດທານີ ບາງກອກ ປະເທດໄທ ລະຫວ່າງວັນທີ 14 ຫາ 15 ຕຸລາ 2010.

ກອງປະຊຸມ ໄດ້ປຶກສາຫາລື ກ່ຽວດ້ານການຮ່ວມມື ຂອງທັງສອງປະເທດ ໃນຫລາຍໆປະເດັນ ເຊັ່ນການເມືອງ, ຄວາມໝັ້ນຄົງ, ເສຖກິດ, ໂຄງສ້າງພື້ນຖານ ດ້ານ ຄົມມະນາຄົມ. ນອກຈາກການຮ່ວມມື ທະວິພາຄີ ແລ້ວ ກອງປະຊຸມ ຍັງໄດ້ ປຶກສາຫາລື ກ່ຽວກັບຄວາມ ຮ່ວມມື ລະດັບພູມີພາກ, ໃນຂອບອາຊຽນ ແລະ ໃນເວທີສາກົນ ອີກດ້ວຍ. ທ່ານ ກະສິດພິຣົມ ໄດ້ກ່າວ ຫລັງຈາກກອງປະຊຸມ ໃນຕອນນຶ່ງວ່າ:

"ໄທຈະໃຫ້ການ ຮ່ວມມື ຢ່າງເຕັມທີ ກໍບໍ່ແມ່ນຈະເປັນ ການຮ່ວມມື ແຕ່ສອງຝ່າຍ ເທົ່ານັ້ນ ເພາະຈະເປັນການ ຮ່ວມມື 3 ຝ່າຍດ້ວຍ ເຊັ່ນຈະເປັນການ ຮ່ວມມື ກັບ ສະຫະ ປະຊາຊາດ UNDP".

ກ່ຽວກັບປະເດັນ ທາງການເມືອງ ແລະຄວາມໝັ້ນຄົງ. ທັງສອງຝ່າຍໄດ້ ປຶກສາຫາລືກັນ ກ່ຽວເຣື້ອງແຮງງານ, ລະບົບຍຸຕິທັມ, ການປັກຫລັກ ເຂດຊາຍແດນ. ນອກຈາກນີ້ ຄນະອະນຸ ກັມມາທິການ ຂອງກອງປະຊຸມ ຍັງຈະໄດ້ສຶກສາ ກ່ຽວກັບ 3 ຫົວຂໍ້ຫລັກຄື:

1/-ກົດລະບຽບ ຂອງທັງສອງປະເທດ ໃນການນຳເຂົ້າ ແລະສົ່ງອອກສິນຄ້າ ຂ້າມແດນ.

2/-ການວິໄຈ ເຣື້ອງກະເສຕພັນທະ ໂດຍສະເພາະລະຫວ່າງ ແຂວງຈຳປາສັກ ແລະແຂວງອຸບົນ ຣາຊທານີ.

3/-ການວິໄຈ ເຣື້ອງການພັທນາ ເມືອງຄູ່ແຝດ ຕາມເຂດຊາຍແດນ ລາວ-ໄທ.

ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຫລັງຈາກ ກອງປະຊຸມ ໃນຕອນນຶ່ງວ່າ:

"ການພົວພັນ ລາວ-ໄທ ນັ້ນບໍ່ສະເພາະ ແຕ່ການພົວພັນ ລະຫວ່າງ ຣັຖຕໍ່ຣັຖ ເທົ່ານັ້ນແຕ່ຍັງເປັນ ການພົວພັນ ລະຫວ່າງປະຊາຊົນ ຂອງທັງສອງປະເທດ ພວກເຮົາ ເພາະວ່າ ພວກເຮົາມີຄວາມ ສະດວກຫລາຍດ້ານ, ພາສາ ຂະນົບທັມນຽມ ປະເພນີ".

ໃນກອງປະຊຸມ ດັ່ງກ່າວ ທັງສອງຝ່າຍຍັງໄດ້ ກຳນົດ ໃຫ້ມື້ວັນທີ 19 ທັນວາ 2010 ເປັນມື້ການສtຖາປະນາ 60 ປີ ຄວາມສຳພັນ ທາງການທູດ ລາວ-ໄທ ຊຶ່ງເຈົ້າໜ້າທີ່ ຮັບຜິດຊອບ ທັງສອງຝ່າຍຈະ ປຶກສາຫາລືກັນ ອີກເທື່ອໃໝ່ ເພື່ອສລອງມື້ ຄົບຮອບດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.