ວຽດນາມ 14 ຄົນ ຖືກປ່ອຍຕົວ

ກຸ່ມແກ້ງ ຊາວລາວ ປະກອບອາວຸດ ປ່ອຍຊາວວຽດນາມ 14 ຄົນ ທີ່ພວກເຂົາ ໄດ້ລັກພາຕົວ ໄປເມື່ອທ້າຍເດືອນ ເມສາ ຜ່ານມາ ໃນຂະນະທີ່ ຊາວວຽດນາມ ກໍາລັງຊອກຫາ ນໍ້າເຜິ້ງແລະຕົ້ນ ໄມ້ເປັນຢາ aloe wood ໃນປ່າ ໄກ້ເຂດບ້ານ ຂອງພວກເຂົາ ທີ່ຢູ່ລຽບຊາຍແດນ ຕິດກັບລາວ
ມະນີຈັນ
2009.05.11

ທ່ານ Nguyen Thanh Tan ຫົວໜ້າຕໍາຣວດ ແຂວງ Ha Tinh ບ່ອນທີ່ມີການ ລັກພາຕົວນັ້ນ ກ່າວໂດຍກັງວົນ ວ່າຈະເກີດ ກໍຣະນີ ຄ້າຍກັນນີ້ ຂຶ້ນອີກເພາະ ເປັນການຍາກທີ່ ຈະສະກັດ ກັ້ນໄດ້ ໃນປ່າດົງ. ໃນຈໍານວນຊາວ ວຽດນາມ 14 ຄົນນັ້ນມີ 3 ຄົນໜີໄປໄດ້ ຂະນະທີ່ພວກ ເຂົາກໍາລັງຍ່າງເຂົ້າ ເຂດຊາຍແດນ ຂອງລາວ.

ໜັງສືພິມ ວຽດນາມ Dan Tri ຣາຍງານ ໂດຍອ້າງອີງໃສ່ ຄໍາເວົ້າຂອງຜູ້ ໜີມາໄດ້ ຄົນນຶ່ງນັ້ນວ່າ ໃນຈໍານວນ 9 ຄົນລັກພາຕົວ ນັ້ນຈໍານວນນຶ່ງ ໃສ່ໜ້າກາກ ຖືອາວຸດ ປືນກົນ ອາກາ 47, ປືນລູກຊອງ ລ້າສັດ 2 ກະບອກ ແລະເຄື່ອງຍີງສົ່ງ ລູກຣະເບີດ B41. ແລະວ່າພວກ ລັກພາຕົວ ປ່ອຍ 5 ຄົນ ເມື່ອວັນທີ 2 ພຶສພາ ໂດຍບອກ ໃຫ້ນໍາເງິນ ຈໍານວນ 70 ລ້ານກີບເທົ່າກັບ 8700 ໂດລາ ໄປສະຖານທີ່ ແຫ່ງນຶ່ງເພື່ອ ແລກກັບການປ່ອຍ ຊາວວຽດນາມອີກ 6 ຄົນ ທີ່ຈັບມານັ້ນ.

ໃນວັນທີ 4 ພຶສພາ ພວກທີ່ຖືກປ່ອຍ ກໍນໍາເງິນ ຈໍານວນນຶ່ງ ໄປສະຖານທີ່ ນັ້ນໆແຕ່ພວກ ລັກພາຕົວ ບໍ່ໄປ ປາກົດຕົວ. ຫລັງຈາກນັ້ນ ພວກກ່ຽວກໍໄດ້ ໄປຣາຍງານ ໃຫ້ທາງການ ທ້ອງຖີ່ນຊາບຊຶ່ງ ຫລັງຈາກນັ້ນ ກໍມີການຂໍໃຫ້ ທາງການລາວ ຊ່ວຍເຫລືອ. ເມື່ອວັນເສົາ ທາງການລາວ ກໍໄດ້ບອກໃຫ້ ຝ່າຍວຽດນາມ ຮູ້ວ່າ ຊາວວຽດ ນາມທີ່ຖືກ ລັກພາຕົວ ປອດໄພດີ ໂດຍຢູ່ໄຕ້ການ ຄຸ້ມຄອງຂອງດ່ານ ຊາຍແດນ Na Cai.

ຫົວໜ້າກອງ ກໍາລັງຮັກສາ ຊາຍແດນ Truong Thanh ເວົ້າວ່າເຂົາເຈົ້າ ບໍ່ຮູ້ຄັກວ່າ ກໍາລັງທີ່ເອົາ ຕົວຊາວວຽດນາມ ໄປທໍາອິດນັ້ນ ເປັນທາງການລາວ ເອງຫລືວ່າ ເປັນກຸ່ມແກງ ຜິດກົດໝາຍ. ແລະວ່າໄດ້ມີ ການສົ່ງ ເຈົ້າໜ້າທີ່ ໄປລາວແລ້ວເພື່ອ ສືບສວນສອບສວນ ກໍຣະນີ ດັ່ງກ່າວ ແລະສົ່ງຕົວ ຊາວວຽດນາມທັງ 6 ຄົນທີ່ເຫລືອ ນັ້ນ.

ພ້ອມດຽວກັນ ທາງການວຽດນາມ ກໍສືບສວນ ເບີ່ງວ່າ ການລັກພາຕົວ ຊາວວຽດນາມນັ້ນ ມີຂຶ້ນຢູ່ເຂດ ແດນວຽດນາມ ຫລືເຂດແດນລາວ. ພັນເອກ Tran ກ່າວໂດຍ ຄິດວ່າການ ລັກພາຕົວ ຊາວວຽດນາມນັ້ນ ອາດເກີດຂຶ້ນຢູ່ ຊາຍແດນລາວ. ແລະກໍບໍ່ມີ ຜູ້ໃດແນ່ໃຈວ່າ ກໍຣະນີນັ້ນ ຈະບໍ່ເກີດ ຂຶ້ນອີກ. ປະຊາຊົນ ຍັງຈະຕ້ອງໄດ້ ເຂົ້າໄປໃນປ່າ ດົງເພື່ອຫາຢູ່ ຫາກິນ.
 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.