ບໍຣິສັດອິນເດັຽ ຢາກລົງທຶນ ຂຸດແຮ່ທາດຢູ່ລາວ

ບໍຣິສັທ ອິນເດັຽ ຕ້ອງກາຣ ຄວາມສນັບສນູນ ຈາກຣັຖບາລ ເພື່ອແຂ່ງລົງທຶນ ໃນໂຄງກາຣ ພັທນາ ແລະຂຸດຄົ້ນ ຊັພຍາກອນ ທັມມະຊາຕ ຕ່າງໆ ໃນລາວ.
ຫວາດ ສີມູນ
2010.09.15

ໃນຣະຫວ່າງ ທີ່ຢ້ຽມຢາມ ສປປລາວ ເປັນເວລາ 5 ມື້ ຂອງ ປະທານາທິບໍດີ ອິນເດັຽ Mme Patibha Patil ທີ່ຫາກໍ ສິ້ນສຸດລົງ ໃນມື້ວັນຈັນ ຜ່ານມານີ້ນັ້ນ ກໍມີນັກ ທຸຣະກິຈ ແລະ ຫົວໜ້າ ບໍຣິສັທ ຕ່າງໆ 45 ຄົນ ທີ່ຕິດຕາມ ມານຳຕ່າງ ກໍມີຄວາມ ສົນໃຈ ແລະ ໄດ້ສເນີ ຢູ່ກອງປະຊຸມ ຮ່ວມກັບ ທາງກາຣກ່ຽວຂ້ອງ ຝ່າຍລາວ ໃນມື້ວັນທີ່ 13 ກັນຍາ ນີ້ ທີ່ຢາກເຂົ້າມາ ລົງທຶນ ຕາມໂຄງກາຣ ພັທນາ ຂຸດຄົ້ນ ບໍ່ແຮ່ທາຕ ແລະ ຊັພຍາກອນ ທັມມະຊາຕ ຕ່າງໆ.

ທ່ານ Sandipan Chakravortty ຫົວໜ້າ ບໍຣິສັທ Tata ຊຶ່ງເປັນ ບໍຣິສັທ ຜລິຕເຫລັກ ແລະ ເປັນຜູ້ຕາງໜ້າ ຄນະນັກ ທຸຣະກິຈ ອື່ນໆ ທີ່ເດີນທາງ ເຂົ້າຢ້ຽມຢາມ ເມືອງລາວ ຄັ້ງນີ້ ກໍໄດ້ເຂົ້າພົບ ກັບຜູ້ນຳ ອິນເດັຽ ເພື່ອໃຫ້ ສນັບສນູນ ໃນໂຄງກາຣ ລົງທຶນ ຢູ່ເມືອງລາວ ຖ້າບໍ່ດັ່ງນັ້ນ ກໍອາຈເປັນ ກາຣຍາກ ທີ່ຈະແຂ່ງກັບ ບໍຣິສັທ ຕ່າງ ປະເທສ ອື່ນໆ ໂດຽສະເພາະ ຈາກ ສປຈີນ ແລະວຽຕນາມ. ທາງບໍຣິສັທ Tata ໄດ້ຍື່ນຄຳຮ້ອງ ເພື່ອເຂົ້າມາ ສຳຣວຈເບິ່ງ ຄວາມເປັນໄປໄດ້ ຕາມບໍ່ເຫລັກ ຕ່າງໆ ແຕ່ກໍຍັງ ບໍ່ທັນໄດ້ຮັບ ອະນຸຍາຕ ແຕ່ຢ່າງໃດ.

ໃນປັຈຈຸບັນ ນີ້ ທາງກາຣ ສປປລາວ ໄດ້ໃຫ້ ສັມປະທານ ແກ່ບໍຣິສັທ ຕ່າງໆ ໄປແລ້ວທັງໝົດ 146 ໂຄງກາຣ ດ້ວຍກັນ ຊຶ່ງສ່ວນຫລາຍ ກໍແມ່ນ ບໍຣິສັທ ຈາກ ປະເທສຈີນ ແລະ ວຽຕນາມ ແຕ່ບໍ່ໄດ້ ອະນຸມັຕ ກາຣອອກ ໃບອະນຸຍາຕໃໝ່ ແຕ່ຢ່າງໃດ ຕລອດປີກາຍ ຜ່ານມານີ້.

ສຳລັບ ບໍຣິສັທ ຈາກປະເທສ ອິນເດັຽ ທີ່ມີກາຣ ລົງທຶນ ໃນເມືອງລາວ ປັຈຈຸບັນນີ້ ກໍມີແຕ່ ບໍຣິສັທ Aditya Birla Group ເທົ່ານັ້ນ ທີ່ມີມູລຄ່າ ທັງໝົດ 350 ລ້ານ ດອລລາຣ໌ ໃນໂຄງກາຣ ປູກຕົ້ນໄມ້ ອຸຕສາຫະກັມ Eucalyptus ສຳລັບ ໂຄງກາຣຜລິຕເຈັ້ຽ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.