ສະຫະຣັຖຕ້ອງເພີ້ມ ງົບປະມານ ກູ້ຣະເບີດໃນລາວ
2010.02.05
ທາງການ ສະຫະຣັຖ ຖືກແນະນຳ ຈາກອົງການແລະ ໜ່ວຍງານກ່ຽວຂ້ອງ ໃນກອງປະຊຸມ ວ່າດ້ວຍຜົນກະທົບ ຈາກສົງຄາມ ໃຫ້ມີການເພີ້ມ ງົບປະມານ ໃນການເກັບກູ້ ຣະເບີດ ທີ່ບໍ່ທັນແຕກ ໃນລາວໃຫ້ເຖີງ 7ລ້ານໂດຣາ ຕໍ່ປີ ແລະ ກໍ່ເພີ້ມຂື້ນເລື້ອຍໆ ໃນແຕ່ລະປີ ໃນຣະຍະ ສິບປີຂ້າງຫນ້າ.
ໃນຣະຍະ ສອງ-ສາມປີ ທີ່ຜ່ານມາ ສະຫະຣັຖ ໄດ້ບໍຣິຈາກ ພຽງແຕ່2ລ້ານ 7ແສນໂດຣາ ຕໍ່ປີ ໃນການເກັບກູ້ ຣະເບີດໃນລາວ ໃນປີ2009 ລາວໄດ້ຮັບເງີນ ປະມານ 3ລ້ານ5ແສນໂດຣາ ໃນການເກັບກູ້ ຣະເບີດ ຈາກອົງການ ທີ່ບໍ່ຂື້ນກັບ ຣັຖບານ ຫລາຍອົງການ ຫນ່ວຍງານຕ່າງໆ ຮຽກຮ້ອງ ໃຫ້ສະຫະຣັຖ ບໍຣິຈາກເງິນ ຊ່ອຍເຫລືອ ເພີ້ມໃນບັນຫານີ້. ກຸ່ມດັ່ງກ່າວ ໃຫ້ຂໍ້ສເນີ ໃນການແກ້ໄຂ ບັນຫາຣະຍະຍາວ ວ່າ.
ນື່ງ: ຕ້ອງມີການ ວາງແຜນສຳລັບ ການເກັບກູ້ ໃນອານາຄົດ ໃຫ້ແນ່ນອນ ແລະ ຈະແຈ້ງ ເລີ້ມຈາກປີ 2010-2020 ຮ່ວມກັບຫນ່ວຍງານ ຂອງຣັຖບານລາວ. ສອງ: ຕ້ອງໃຫ້ ຄວາມຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ເຄາະຮ້າຍຈາກການ ຖີ້ມຣະເບີດ ຊື່ງ ໃນປັດຈຸບັນ ໂຄງການບຳບັດ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ຍັງບໍ່ມີທຶນ ທີ່ພຽງພໍສຳລັບ ໃຫ້ການບຳບັດ ແລະ ຝຶກອາຊີບໃຫມ່ ໃຫ້ແກ່ ພວກຂະເຈົ້າ ແລະຄອບຄົວ ແລະສາມ: ວຽກງານການ ເກັບກູ້ຣະເບີດ ໃນລາວ ຕ້ອງເພີ້ມ ງົບປະມານ ໃນການດຳເນີນງານ ຖ້າຈະໃຫ້ທົ່ວເຖິງ ເທົ້າເຖິງປັດຈຸບັນ ງົບປະມານ ໃນການເກັບກູ້ ໃນແຕ່ລະປີ ໄດ້ລຸດລົງ ປະມານ22% ຈາກປີ 2007ຫາປີ2008 ດັ່ງນັ້ນ ການເກັບກູ້ຣະເບີດ ຈື່ງມີການຊັກຊ້າ,