ຕໍາຣວຈທະຫານໄທ ຕຣຽມຮັກສາຄວາມສງົບ
2010.04.19

ກ່ຽວກັບເຣື້ອງນີ້ ດຣ. ປະນິທານ ວັທນາຍາກອຣ ໂຄສົກຂອງຣັຖບາລ ໄດ້ໃຫ້ກາຣຊີ້ແຈງ ໃນຕອນໜຶ່ງວ່າ:
“ຈະມີເຈົ້າໜ້າທີ່ ຕຳຣວຈ ແລະທະຫາຣ ຄອຍໃຫ້ກາຣ ສນັບສນູນ ກາຣປະຕິບັຕ ວຽກງານຂອງ ເຈົ້າໜ້າທີ່ຕຳຣວຈ ຢູ່ຕາມບໍຣິເວນ ທາງດ້ານນອກຂອງ ຖນົນສີລົມ”.
ໃນຂະນະ ດຽວກັນນີ້ ພົລຕຳຣວຈຕຣີ ປິຍະ ອຸທາໂຍ ໂຄສົກຂອງ ກອງບັນຊາກາຣ ຕຳຣວຈນະຄອນບາລ ບາງກອກ ກໍໄດ້ເນັ້ນວ່າ ກາຣຈັດໃຫ້ມີ ເຈົ້າໜ້າທີ່ ປະຕິບັຕ ງານຢູ່ຕາມຈຸດ ຕ່າງໆດັ່ງກ່າວ ກໍໄດ້ຮັບຄຳສັ່ງ ຢ່າງແຈ່ມແຈ້ງໃຫ້ ປະຕິບັຕຕາມ ຫລັກກົດໝາຍ ຢ່າງເຄັ່ງຂັດ ເພື່ອຮັກສາຄວາມສງົບ ແລະ ຄວາມເປັນຣະບຽບ ຮຽບຮ້ອຍ ໂດຽສະເພາະກໍ ເພື່ອສກັດກັ້ນ ບໍ່ໃຫ້ມີກຸ່ມ ຜູ້ຊຸມນຸມເສື້ອງແດງ ສາມາດຂີ່ຣົກຈັກ ແລະ ຍານພາຫະນະ ອື່ນໆເຂົ້າໄປ ໃນເຂຕຖນົນ ສີລົມ ໄດ້ແຕ່ຢ່າງໃດ.
ຢ່າງໃດກໍຕາມ ກຸ່ມຜູ້ຊຸມນຸມເສື້ອແດງ ຍັງດຳເນີນກາຣ ປະທ້ວງຢູ່ 4 ແຍກຣາຊປຣະສົງ ຕື່ມຕໍ່ໄປ ເພື່ອພຍາຍາມ ກົດດັນໃຫ້ ນາຍົກຣັຖມົນຕຣີ ທ່ານອະພິສິທ ເວຊຊາຊີວະ ປະກາສ ຍຸບສະພາ ຫລື ລາອອກຈາກ ຕຳແໜ່ງ ແລ້ວຈັດໃຫ້ມີ ກາຣເລືອກຕັ້ງໃໝ່ ເພື່ອຄືນອຳນາຈ ໃຫ້ປະຊາຊົນ ຖ້າບໍ່ດັ່ງນັ້ນ ກໍຈະບໍ່ມີກາຣ ສລາຍຕົວ ໄດ້ແຕ່ຢ່າງໃດ.