ຊາວອາຊຽນສເນີ ຮ່າງຍຸທສາດ ສະພາບແວດລ້ອມ
2010.10.08
ກົດຟັງສຽງ
ໃນການປະຊຸມ ມະຫາະກັມ ອາຊຽນ ພາກປະຊາຊົນ ທີ່ຈັດຂຶ້ນ ຄັ້ງທີ 17 ທີ່ຫາກໍຈັດຂຶ້ນ ທີ່ກຸງຮ່າໂນ໋ຍ, ປະເທດວຽດນາມ ໃນຊ່ວງຕົ້ນເດືອນ ຕຸລາ ຜ່ານມານັ້ນ, ຄນະມະຫະກັມ ປະຊາຊົນ ອາຊຽນ ໄດ້ຈັດຮ່າງ ຂໍ້ສເນີ ຍຸທສາດ ທາງສະພາບແວດລ້ອມ ພາກປະຊາຊົນ ເພື່ອຍື່ນ ໃຫ້ກັບຕົວແທນ ປະເທດອາຊຽນ.
ກອງປະຊຸມດັ່ງກ່າວ ມີເຈົ້າໜ້າທີ່ ຣະດັບສູງ ຂອງວຽດນາມ ເປັນຕົວແທນ ຮັບຮ່າງຂໍ້ສເນີ ເພື່ອນໍາສເນີ ຕໍ່ຂັ້ນເທິງ ຂອງປະເທດ ສະມາຊິກອາຊຽນ ຕໍ່ໄປ. ທ່ານ ມົນຕຣີ ຈັນທະວົງ ເຈົ້າໜ້າທີ່ ຈາກໂຄງການຟື້ນຟູ ນິເວດວິທຍາ ໃນພູມີພາກ ແມ່ນໍ້າຂອງ ໃຫ້ຂໍ້ມູນວ່າ:
ທ່ານກ່າວວ່າ … "ປີນີ້ ຢູ່ຮ່າໂນ້ຍ ເມື່ອອາທິດ ທີ່ຜ່ານມາ ກໍໄດ້ມີການທົບທວນ ເອກກະສານສະບັບນີ້ ຂຶ້ນມາໃໝ່ ສ່ວນໃຫຍ ກໍຍັງຄົງ ຮ່າງຂໍ້ສເນີຄືເກົ່າ. ເຄືອຂ່າຍ ທີ່ໄປ ກໍຢືນຢັນວ່າ ອາຊຽນ ຈະຕ້ອງມີເສົາ ສິ່ງແວດລ້ອມ ເປັນເສົາ ທີ 4 ເພີ້ມຂຶ້ນ ເພື່ອທີ່ຈະເບິ່ງແຍງ ບັນຫາ ສະພາບແວດລ້ອມ, ໂດຍສະເພາະ ໂຄງການຂນາດໃຫຍ່ ຫລາຍໂຄງການ ທີ່ເປັນການລົງທຶນ ຂ້າມປະເທດ ຫລື ການລົງທຶນຂ້າມປະເທດ ເຣື້ອງພະລັງງານ.”
ຣາຍລະອຽດ ຂອງຮ່າງດັ່ງກ່າວ ຣະບຸຂໍ້ສເນີວ່າ ຕ້ອງການໃຫ້ອາຊຽນ ມີຍຸທສາດ ດ້ານສະພາບແວດລ້ອມ ເພື່ອສ້າງຂອບ ແລະ ມາຕຖານ ເພື່ອຄວາມຢືນຢົງ ຂອງສະພາບແວດລ້ອມ ແລະ ວິຖີຊີວິດ ໃນພູມີພາກ ແລະ ໃຫ້ປະຊາຊົນ ເປັນສູນກາງ ຂອງຂະບວນການ ຕັດສິນໃຈ ໃນເຣື້ອງຂອງການ ພັທນາເຂື່ອນ, ບໍ່ແຮ່, ແກ໊ສ ທັມມະຊາດ, ນໍ້າມັນ ແລະ ການປ່ຽນແປງ ສະພາບດິນຟ້າອາກາດຮ້ອນ ເປັນຕົ້ນ.
ການຢື່ນເອກກະສານ ສະບັບດັ່ງກ່າວ ສືບເນື່ອງມາຈາກ ການປະຊຸມ ພາກປະຊາສັງຄົມ ອາຊຽນ ຄັ້ງທີ 5 ທີ່ຈັດຂຶ້ນ ໃນເມືອງສະອໍາ, ແຂວງເພັດບຸຣີ ຂອງໄທ ໃນປີ 2009, ທີ່ກຸ່ມພາກປະຊາສັງຄົມ ມີບັນຫາ ກັບຕົວແທນ ບາງປະເທດ ສະມາຊິກ ທີ່ບໍ່ຍອມ ຮັບຂໍ້ສເນີ ຮ່າງສະພາບແວດລ້ອມ ຂອງພາກປະຊາຊົນ ອາຊຽນ ແລະ ບໍ່ອະນຸຍາດ ໃຫ້ເຂົ້າພົບ ດ້ວຍນັ້ນ ເປັນສາເຫດ ໃຫ້ຍຸຕິການຍື່ນ ເອກກະສານ ດັ່ງກ່າວ.
ແຕ່ໃນການຈັດປະຊຸມ ພາກປະຊາສັງຄົມ ອາຊຽນ ຄັ້ງຫລ້າສຸດ ຄັ້ງທີ 17 ຄະນະປະຕິບັດງານ ມະຫະກັມອາຊຽນ ກໍສາມາດ ຢື່ນຮ່າງ ຍຸທສາດ ສະພາບແວດລ້ອມ ພາກປະຊາຊົນ ອາຊຽນໃຫ້ແກ່ ຮອງນາຍົກ ຣັຖມົນຕຣີ ຂອງວຽດນາມ ໄດ້ຢ່າງສໍາເຣັດ.