ລາວຕຣຽມປະຊຸມ ຍຸຕິກາຣໃຊ້ ຣະເບີດ “ບ໋ອມບີ໋”

ທາງກາຣລາວ ຕຣຽມພ້ອມ ໃນກາຣ ເປັນເຈົ້າພາບ ກາຣປະຊຸມ ສະມາຊິກ ຣັຖພາຄີ ຣະຫວ່າງປະເທສ ວ່າດ້ວຍກາຣ ຍຸຕິກາຣໃຊ້ ຣະເບີດ ລູກຫວ່ານຫລື “ບ໋ອມບີ໋”
ຫວາດ ສີມູນ
2010.02.18

ພາກສ່ວນກ່ຽວຂ້ອງ ຈາກຫລາຍໜ່ວຍງານ ຂອງທາງກາຣ ສປປລາວ ກໍໄດ້ຮ່ວມ ປະຊຸມກັນ ໃນມື້ວັນທີ່ 18 ກຸມພາ ນີ້ ເພື່ອປຶກສາຫາຣື ຕຣຽມເປັນເຈົ້າພາບ ກອງປະຊຸມ ສະມາຊິກ ຣັຖພາຄີ ພາຍໃຕ້ ສົນທິສັນຍາ ຣະຫວ່າງ ປະເທສ ເພື່ອໃຫ້ມີກາຣ ຍຸຕິກາຣ ໃຊ້ຣະເບີດ ບ໋ອມບີ໋ ເປັນກາຣ ປະຕິບັຕ ຕາມສົນທິສັນຍາ ອອສໂລ Oslo ແລະ ກໍເປັນກາຣ ປະຊຸມຄັ້ງ ປະຫວັຕກາຣ ຂອງລາວ ມີກຳໜົດ ຈັດຂຶ້ນ ຢູ່ນະຄອນຫລວງ ວຽງຈັນ ພາຍໃນຕົ້ນ ເດືອນ ສິງຫາ 2010 ນີ້ ດັ່ງເຈົ້າໜ້າທີ່ ຈາກອົງກາຣ ເກັບກູ້ຣະເບີດ ທີ່ບໍ່ທັນແຕກ ຂອງລາວກ່າວວ່າ:

“ມາຮອດປີນີ້ ເຮົາເຣີ່ມກຽມແລ້ວ ຝ່າຍລາວ ເຣີ່ມກຽມແລ້ວ ກະຊວງກາຣ ຕ່າງປະເທສ ແຕ່ງຕັ້ງ ຫລາຍພາຄສ່ວນ ເປັນຜູ້ຮັບ ຜິດຊອບ ທີ່ຈະເປັນ ຄະນະ ກັມມະກາຣ ກະກຽມ ໂຕກອງປະຊຸມ States Parties ຫັ້ນ”.

ພ້ອມດຽວກັນນີ້ ຍານາງ ກໍວ່າ ໃນຕົ້ນປີ 2010 ນີ້ ທາງກາຣລາວ ກໍໄດ້ປະຊຸມ ຮ່ວມກັບ ອົງກາຣ ພັທນາ ສະຫະປະຊາຊາຕ ຫລື UNDP ເພື່ອປຶກສາຫາຣື ໃນກາຣ ຕຣຽມ ເປັນເຈົ້າພາບ ກອງປະຊຸມ ຄນະຜູ້ແທນ ຈາກຣັຖບາລ ກວ່າ 104 ປະເທສ ທີ່ໄດ້ລົງນາມ ໃນສົນທິສັນຍາ ວ່າດ້ວຍກາຣ ຫ້າມໃຊ້ ຣະເບີດບ໋ອມບີ໋ ດັ່ງກ່າວ.

ກ່ຽວກັບ ກາຣປະຊຸມ ຢູ່ນະຄອນຫລວງ ວຽງຈັນ ຄັ້ງນີ້ ທາງອົງກາຣ ສະຫະປະຊາຊາຕ ໄດ້ຈັດ ງົບປະມາຣ ໃຫ້ຣັຖບາລ ລາວ ຈຳນວນ 750,000 ດອລລາຣ໌ ສະຫະຣັຖ ເພື່ອນຳໃຊ້ ໃນກາຣ ກະຕຣຽມຕ່າງໆ ເຊັ່ນ ກາຣໂຄສະນາ ທັ້ງພາຍໃນ ແລະ ໃນທົ່ວໂລກ ເພື່ອໃຫ້ ທຸກພາຄສ່ວນ ໃຫ້ຄວາມສຳຄັນ ໃນກາຣຍຸຕິ ກາຣນຳໃຊ້ ຣະເບີດບ໋ອມບີ໋ ຢ່າງສີ້ນເຊິງ ໂດຽມີ ຣະຍະເວລາ ດຳເນີນ ໂຄງກາຣ ແຕ່ເດືອນ ມົກກະຣາ 2010-ມົກກະຣາ 2012.

ນອກຈາກນັ້ນ ທາງອົງກາຣ UNDP ຍັງຈະມີ ໂຄງກາຣ ຊ່ວຍຝຶກອົບຮົມ ເພື່ອຄວາມ ຕຣຽມພ້ອມ ແກ່ເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວ ສຳຫລັບດໍາເນີນ ວຽກງານກາຣຈັດ ແລະ ກາຣບໍຣິຫາຣ ກອງປະຊຸມ ຄັ້ງສຳຄັນ ຄາວນີ້ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.