ສົນທິສັນຍາ ຫ້າມໃຊ້ ຣະເບີດບອມບີ
2010.02.18

ໃນມື້ວານນີ້ ປະເທດ ເບີຣີນາ ພາໂຊ ແລະ ປະເທດ ໂມນໂດວາ ສີ້ນສຸດ ການໃຫ້ ສັຕຍາບັນ ແກ່ສົນທິສັນຍາ ຫ້າມໃຊ້ ຣະເບີດບອມບີ້ ແລະ ຣະເບີດຝັງດີນ ເປັນ ປະເທດ ສຸດທ້າຍ ໃນຈຳນວນ 30 ປະເທດ ທີ່ຕ້ອງການ ໃນການໃຫ້ ສັຕຍາບັນ ແກ່ສົນທິສັນຍາ ດັ່ງກ່າວ ກ່ອນຈະສາມາດ ບັງຄັບໃຊ້ໄດ້.
ກອງປະຊຸມ ເພື່ອປະກາດ ການບັງຄັບໃຊ້ ສົນທິສັນຍາ ນີ້ ຈະຈັດຂື້ນ ໃນວັນທີ 1 ສີງຫາ ປີນີ້ ແລະ ສປປລາວ ກໍ່ໄດ້ຮັບກຽດ ເປັນປະທານ ໃນການ ຈັດງານດັ່ງກ່າວ ດັ່ງເຈົ້າຫນ້າທີ່ ເກັບກູ້ ຣະເບີດລາວ ຜູ້ນຶ່ງເວົ້າວ່າ:
"ຫລັງຈາກທີ່ ຣັຖບານລາວ ໄດ້ໄປເຊັນສັນຍາ ທີ່ Oslo ປະເທດແດນມາກ ໃນປີ 2008 ຫລັງຈາກນັ້ນ ມາຮອດເດືອນ 2 ປີ 2009 ລາວ ກໍ່ໃຫ້ ສັຕຍາບັນ ແກ່ສັນຍາ ແລະ ຫລັງຈາກນັ້ນ ເພີ່ນກໍ່ແຈ້ງເລີຍວ່າ ລາວ ຂໍເປັນເຈົ້າພາບ ຄັ້ງທຳອິດ".
ສົນທິສັນຍາ ດັ່ງກ່າວ ຫລັງຈາກຖືກ ບັງຄັບໃຊ້ ຢ່າງເປັນທາງການ ຈາກກອງປະຊຸມ ທີ່ນະຄອນຫລວງ ວຽງຈັນ ໃນວັນທີ ນື່ງ ສິງຫາ ປີນີ້ ຈະຫ້າມ ການສະສົມ ການຜລິດ ແລະ ສົ່ງຂາຍຣະເບີດ ດັ່ງກ່າວ ໃຫ້ກອງກຳລັງ ໃດໆ ໃນສົງຄາມ ຫລື ໃນເຫດການ ຄວາມວຸ້ນວາຍ ທີ່ຈະເກີດຂື້ນ ໃນໂລກ ໃນອານາຄົດ ຮ່ວມດ້ວຍການ ຊ່ອຍເຫລືອ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ຈາກລູກຣະເບີດ ແລະ ໃຫ້ຄຳແນະນຳ ການເກັບກູ້ ໃນພື້ນທີ່ ທີ່ຍັງມີ ຣະເບີດ ຕົກຄ້າງຢູ່ ຫນ່ວຍງານຈາກ ສົນທິສັນຍາ ດັ່ງກ່າວ ຍັງຈະຊ່ອຍ ທຳລາຍ ລູກຣະເບີດ ທີ່ເກັບກູ້ມາໄດ້ ນັ້ນຖີ້ມອີກ.
ປະເທດທີ່ ໃຫ້ການ ສນັບສນູນ ໃນສົນທິສັນຍາ ນີ້ສ່ວນໃຫຍ່ ຈະແມ່ນ ມາຈາກກຸ່ມ ປະເທດຢູໂຣບ ສະຫະຣັຖ ອະເມຣິກາ ອິສຣາແອວ. ຣັຖເຊັຽ ຈີນ ແລະ ອີນເດັຽ ບໍ່ໄດ້ລົງນາມ ໃນສັນຍານີ້.
ສປປລາວ ເປັນປະເທດ ທີ່ຖືກຖີ້ມ ຣະເບີດໃສ່ ຫລາຍກ່ວາຫມູ່ ໃນໂລກ ໃນປາງສົງຄາມ ດັ່ງນັ້ນ ສົນທິສັນຍາ ນີ້ ຈື່ງໃຫ້ກຽດ ສປປລາວ ເປັນເຈົ້າພາບ ໃນການ ປະກາດໃຊ້ ຢ່າງເປັນທາງການ ໃນປວັດສາດ ໃນວັນທີນຶ່ງ ສິງຫາ ທີ່ຈະມາ ເຖີງນີ້ ທີ່ຈະມີ 104 ປະເທດ ເຂົ້າຮ່ວມ.