ເສຖກິດເຂດເອເຊັຍ ຂຍາຍໂຕນໍາໜ້າໃນໂລກ
2010.10.07
ກົດຟັງສຽງ
ອອສເຕຣເລັຍ ຢູ່ຖືກບ່ອນ ແລະຖືກເວລາ ເພື່ອກອບໂກຍ ເອົາຜົນປໂຍດ ຈາກສະພາບການ ຂຍາຍໂຕຂອງ ເສຖກິດໂລກ. ຣັຖມົນຕຣີ ກະຊວງການຄັງ ຣັຖບານກາງ ອອສເຕຣເລັຍ ທ່ານ Wayne Swan ກ່າວໃນມື້ ວັນພຣະຫັດ ທີ 7 ຕຸລາ 2010 ນີ້.
ອີງຕາມແຫລ່ງຂ່າວ AP ອອສເຕຣເລັຍ, ກອງເງິນທຶນນາໆຊາດ IMF ໄດ້ຄາດການວ່າ ເສຖກິດໂລກ ຈະຂຍາຍໂຕ 4.8 ສ່ວນຮ້ອຍພາຍ ໃນປີ 2010 ແລະ 4.2 ສ່ວນຮ້ອຍ ພາຍໃນປີ 2011, ຊຶ່ງຫລາຍເລື່ອນ ການຫົດໂຕລົງ 0.6 ສ່ວນຮ້ອຍເມື່ອປີ 2009, ຊຶ່ງເປັນການຫົດໂຕ ທີ່ຮຸນແຮງທີ່ສຸດ ນັບຕັ້ງແຕ່ ສົງຄາມໂລກ ຄັ້ງທີສອງ.
IMF ໄດ້ຄາດການວ່າ ເສຖກິດໂລກ ຈະຂຍາຍໂຕ ຂຶ້ນພຽງແຕ່ 0.2 ສ່ວນຮ້ອຍເລື່ອນ ການຄາດໝາຍເກົ່າ ເມື່ອເດືອນ ກໍຣະກະດາ 2010 ຜ່ານມາ.
ສອງມື້ ຫລັງຈາກທີ່ ທະນາຄານກາງ ອອສເຕຣເລັຍ ປະປ່ອຍໃຫ້ຄ່າ ດອກເບັ້ຍ ຢູ່ໃນລະດັບເກົ່າ, IMF ໄດ້ອອກມາຄາດ ການວ່າ ເສຖກິດອອສເຕຣເລັຍ ຈະຂຍາຍໂຕຂຶ້ນ 3 ສ່ວນຮ້ອຍ ພາຍໃນປີນີ້ ແລະ 3.5 ສ່ວນຮ້ອຍ ພາຍໃນປີ 2011.
ທ່ານ Swan ບອກກັບລາຍ ການວິທຍຸ ABC ຂອງອອສເຕຣເລັຍ ໃນມື້ວັນພຣະຫັດ ທີ 7 ຕຸລາ 2010 ວ່າ “ພວກເຮົາໂຊກດີ ທີ່ຢູ່ຖືກບ່ອນ ແລະຖືກເວລາ, ເພາະເສຖກິດເອເຊັຍ ຍັງຂຍາຍໂຕ ຢ່າງແຂງແຮງ”.
ທ່ານ Swan ກ່າວສລຸບວ່າ ເສຖກິດຂອງ ພູມີພາກເອເຊັຍ ຈະເປັນແຫລ່ງທີ່ມີ ໂອກາດສົ່ງເສີມ ການຂຍາຍໂຕ ຂອງເສຖກິດໂລກ ຫລາຍກວ່າ ພາກອື່ນຂອງໂລກ.