ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 17

ຜູ້ຕາງໜ້າ ຣັຖບານລາວ ຈະເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 17 ທີ່ວຽດນາມ.
ໂພໄຊສວັດ
2010.10.26

ກົດຟັງສຽງ

ນາຍົກຣັຖມົນຕຣີ ສປປລາວ ທ່ານ ບົວສອນ ບຸບຜາວັນ ຈະນຳພາຄນະ ຜູ້ຕາງໜ້າ ຣັຖບານລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 17 ແລະກອງປະຊຸມ ທີ່ກ່ຽວຂ້ອງອື່ນໆ ຊຶ່ງຈະຈັດຂຶ້ນ        ທີ່ນະຄອນຫລວງ ຮາໂນຍ ປະເທດວຽດນາມ ລະຫວ່າງວັນທີ 28 ຫາ 30 ຕຸລາ 2010 ນີ້.

ກອງປະຊຸມ ຈະຖືກຈັດຂຶ້ນ ຖ້າມກາງບັນຫາ ທີ່ສັບສົນຕໍ່ເນື່ອງ ໃນພູມີພາກ ແລະໃນໂລກ, ໃນເວລາທີ່ອາຊຽນ ຈະມຸ້ງໜ້າໄປສູ່ ຈຸດໝາຍປາຍທາງ ໃນການຈັດຕັ້ງ ປະຊາຄົມອາຊຽນ ພາຍໃນ ປີ 2015.
ໃນກອງປະຊຸມ ສຸດຍອດເທື່ອນີ້ ຜູ້ນຳອາຊຽນ ຈະທົບທວນຄືນ ຄວາມກ້າວໜ້າໃນ ການຈັດຕັ້ງ ປະຊາຄົມ ພູມີພາກ ແລະ ການເຊື່ອມເຂົ້າກັນ ທາງດ້ານເສຖກິດ.

ນອກຈາກນີ້ ຜູ້ນຳອາຊຽນ ຍັງຈະໄດ້ ປຶກສາຫາລືກັນ ກ່ຽວກັບຄວາມທ້າທາຍ ທາງດ້ານການຟື້ນຟູ ຂອງເສຖກິດ ແລະການພັທນາທີ່ ຍືນຍົງ, ການຂາດແຄນອາຫານ, ການຂາດແຄນ ພະລັງງານ, ການປ່ຽນແປງ ຂອງສະພາບ ດິນຟ້າອາກາດ, ການບັນເທົາທຸກ ຈາກເຫດພັຍ ທັມມະຊາດ ແລະການແພ່ລະບາດ ຂອງພຍາດຕ່າງໆ.

ພ້ອມດຽວກັນນີ້ ກອງປະຊຸມຍັງຈະໄດ້ ສົນທະນາ ກ່ຽວກັບດ້ານການຮ່ວມມື ພາຍໃນອາຊຽນ, ລະຫວ່າງອາຊຽນ ແລະຄູ່ເຈຣະຈາ, ບັນຫາພູມີພາກ ແລະ ບັນຫາໃນໂລກ. ໃນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 17 ນີ້ຈະເປັນໂອກາດ ອັນດີທີ່ ສປປລາວຈະໄດ້ ສົ່ງເສີມການ ຮ່ວມມືລະດັບນາໆຊາດ ເປີດເຜີຍກ່ຽວກັບ ນະໂຍບາຍຂອງ ປະເທດ ທີ່ຈະປະກອບສ່ວນ ໃນການສ້າງຕັ້ງ ປະຊາຄົມອາຊຽນ ພາຍໃນປີ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.