ກອງປະຊຸມຣັຖມົນຕຣີ ກຸ່ມປະເທດອາຊຽນ

ອາຊຽນ ຈະຈັດກອງປະຊຸມ ຣັຖມົນຕຣີ ກະຊວງປ້ອງກັນ ປະເທດ ຮ່ວມກັບປະເທດ ຄູ່ເຈຣະຈາ.
ໂພໄຊສວັດ
2010.10.08

ກົດຟັງສຽງ

ກອງປະຊຸມຣັຖມົນຕຣີ ກະຊວງປ້ອງກັນປະເທດ ອາຊຽນ ບວກປະເທດ ຄູ່ເຈຣະຈາ ຫລື ADMM-Plus ຈະຈັດຂຶ້ນ ເປັນເທື່ອທຳອິດ ໃນມື້ວັນທີ 12 ຕຸລາ 2010 ຢູ່ນະຄອນຫລວງ ຮາໂນຍ ປະເທດວຽດນາມ.

ຜູ້ຈະເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ຈະມີຣັຖມົນຕຣີ ກະຊວງປ້ອງກັນປະເທດ ຂອງ 10 ປະເທດ ສະມາຊິກອາຊຽນ ພ້ອມດ້ວຍ ປະເທດຄູ່ເຈຣະຈາ ຊຶ່ງຮວມທັງ ອອສເຕຣເລັຍ, ຈີນ, ອິນເດັຍ, ຍີ່ປຸ່ນ, ເກົາຫລີໃຕ້, ນິວຊີແລນ, ຣັດເຊັຍ ແລະ ສະຫະຣັຖ. ອີງຕາມລາຍງານຂອງ ແຫລ່ງຂ່າວທາງການ ໃນມື້ວັນ ພຣະຫັດ ທີ 7 ຕຸລາ 2010.

ຮອງຣັຖມົນຕຣີກະຊວງ ປ້ອງກັນປະເທດ ວຽດນາມ ທ່ານ Nguyen Chi Vinh ກ່າວຕໍ່ກຸ່ມ ຜູ້ສື່ຂ່າວວ່າ ADMM-Plus ເປັນການປະຊຸມ ທີ່ມີຄວາມສຳຄັນ ທາງດ້ານ ການເມືອງ ແລະ ທາງປະຫວັດສາດ, ຍ້ອນວ່າ ການປະຊຸມຈະໝາຍເຖິງ ການລິເລີ້ມລະບົບ ການປ້ອງກັນ ປະເທດໃໝ່ ແລະ ການຮ່ວມມື ທາງດ້ານກົນໄກ ການຮັກ ສາຄວາມ ປອດພັຍ ຊຶ່ງຈະມີ ໂຄງຮ່າງໃໝ່.

ທ່ານ Vinh ກ່າວຕໍ່ໄປວ່າ ຈະມີຣັຖມົນຕຣີ ກະຊວງປ້ອງກັນ ປະເທດ 15 ທ່ານໃນຈຳນວນ ຜູ້ເຂົ້າຮ່ວມປະຊຸມ ທັງໝົດ 18 ທ່ານ. ໃນຈຳນວນ 10 ປະເທດສະມາຊິກ ອາຊຽນ ມີແຕ່ປະເທດ ບຣູໄນ ແລະ ພະມ່າ ທີ່ຈະສົ່ງຮອງ ຣັຖມົນຕຣີກະຊວງ ປ້ອງກັນປະເທດ ແລະ ຜູ້ຕາງໜ້າຣັຖມົນຕຣີ ກະຊວງປ້ອງກັນ ປະເທດ ເທົ່ານັ້ນເຂົ້າຮ່ວມ. ສ່ວນຄູ່ເຈຣະຈາ ທັງໝົດ ຕອບວ່າຈະເຂົ້າຮ່ວມ ຍັງເຫລືອແຕ່ ຣັດເຊັຍ ທີ່ຍັງບໍ່ທັນໄດ້ ໃຫ້ການຢືນຢັນ ວ່າຈະມາຮ່ວມ.

ທ່ານ Vinh ກ່າວໃນຕອນທ້າຍວ່າ ຜູ້ເຂົ້າຮ່ວມປະຊຸມ ຈະສົນທະນາ ກ່ຽວກັບປະເດັນ ຂອງຄວາມໝັ້ນຄົງ ທົ່ວໄປ ແລະ ຈະບໍ່ກ່າວເຖິງປະເດັນ ທີ່ເຈາະຈົງເຊັ່ນ        ທະເລຈີນໃຕ້ ແລະ ແຫລມເກົາຫລີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.