ປະທານປະເທສ ສສວຽຕນາມ ຢ້ຽມຢາມສປປລາວ

ທ່ານ Nguyen Minh Triet ປະທານປະເທສ ສສວຽຕນາມ ເດີນທາງ ຢ້ຽມຢາມ ສປປລາວ ໃນມື້ວັນ ອັງຄາຣທີ່ 24 ສິງຫານີ້ ໂດຽແມ່ນ ທ່ານຈູມມະລີ ໄຊຍະສອນ ປະທານ ປະເທສ ສປປລາວ ໃຫ້ກາຣຕ້ອນຮັບ ຢ່າງເປັນທາງກາຣ ທີ່ຈັດຂຶ້ນຢູ່ທີ່ “ຫໍຄຳ” ນະຄອນ ຫລວງວຽງຈັນ.
ຫວາດ ສີມູນ
2010.08.25

ໃນຣະຫວ່າງ ກາຣຢ້ຽມຢາມ ສປປລາວ ເປັນເວລາ 3 ມື້ ຂອງຜູ້ນຳ ປະເທສ ພັນທະມິຕ ທີ່ໃກ້ຊິດ ທີ່ສຸດຂອງ ທາງກາຣລາວ ຄັ້ງນີ້ ຜູ້ນຳທັງສອງ ກໍມີກຳໜົດ ທີ່ຈະລົງນາມ ໃນຂໍ້ສັນຍາ ເພື່ອກາຣຮ່ວມມື ຣະຫວ່າງກັນ ຫລາຍໆສະບັບ ຊຶ່ງກໍຮວມທັງ ດ້ານທຸຣະກິຈ ກາຣຄ້າ ແລະ ກາຣລົງທຶນ ທີ່ຄາດວ່າ ຍິ່ງຈະມີ ຫລາຍເພີ່ມຂຶ້ນ ໃນຂັ້ນຕໍ່ໆໄປ ແລະກາຣຢ້ຽມຢາມ ຂອງຄນະ ຣະດັບ ຜູ້ນຳປະເທສ ຂອງທັງສອງ ຝ່າຍດັ່ງກ່າວ ກໍມີຂຶ້ນ ເລື້ອຽໆໃນ ຣະຍະຜ່ານມາ.

ຢ່າງໃດກໍຕາມ ກາຣລົງທຶນ ຂອງວຽຕນາມ ຢູ່ສປປລາວ ໃນຣະຍະ ຜ່ານມາ ມີຫລາຍເພີ່ມ ຂຶ້ນເລື້ອຽໆ ອັນເປັນເຫຕ ໃຫ້ວຽຕນາມ ມີກາຣລົງທຶນ ໃນເມືອງລາວ ຫຼາຍທີ່ສຸດ ອັນດັບ 2 ຮອງຈາກ ປະເທສໄທຽ ໂດຽສະເພາະ ໃນໂຄງກາຣ ປູກຕົ້ນໄມ້ ອຸຕສາຫະກັມ ເຊັ່ນ: ຢາງພາຣາ ໂຄງກາຣຂຸດຄົ້ນ ບໍ່ແຮ່ທາຕ ຕ່າງໆ ແລະໂຄງກາຣ ສ້າງເຂື່ອນ ຜລິຕກະແສ ໄຟຟ້າ ຫລາຍໆແຫ່ງ ນຳດ້ວຍນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.