ວຽດນາມສົ່ງເສີມກັນໃຫ້ ເຮັດທຸຣະກິຈຢູ່ລາວ
2010.08.02
ຣັຖບານ ວຽດນາມ ຈະສືບຕໍ່ສົ່ງເສີມ ນັກທຸຣະກິດ ທ້ອງຖິ່ນ ຂອງຕົນ ເຂົ້າໄປລົງທຶນ ໃນແຂວງຫົວພັນ ຫລາຍເພີ້ມຂຶ້ນ ອີງຕາມ ຄໍາເວົ້າ ຂອງ ຮອງນາຍົກ ຣັຖມົນຕຣີ ວຽດນາມ ໃນມື້ວັນສຸກ ຜ່ານມາ.
ທ່ານ ຫງຽນ ຊິນ ຮັງ ຮອງນາຍົກ ຣັຖມົນຕຣີ ວຽດນາມ ບອກກັບ ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ ລາວ ແລະ ດຣ. ຄໍາພັນ ວິພາວັນ ເຈົ້າແຂວງ ແຂວງຫົວພັນ ວ່າ ວຽດນາມ ສົ່ງເສີມ ທຸຣະກິດ ທ້ອງຖິ່ນ ໃຫ້ໄປລົງທຶນ ໃນແຂວງຫົວພັນ ໂດຍສະເພາະ ແມ່ນ ລົງທຶນ ດ້ານກະສິກັມ ອຸດສາຫະກັມ ການທ່ອງທ່ຽວ ການຄ້າ ແລະ ການສຶກສາ.
ທ່ານ ຫງຽນ ກ່າວ ໃນຂະນະທີ່ ນໍາພາ ເຈົ້າໜ້າທີ່ ຣະດັບສູງ ວຽດນາມ ຢ້ຽມຢາມ ແຂວງພາກເໜືອ ຂອງລາວ ແລະ ຍໍ້າວ່າ ການລົງທຶນ ໃນແຂວງຫົວພັນ ພິສູດໃຫ້ເຫັນວ່າ ໄດ້ຮັບຜົນສໍາເຣັດ. ໃນຂນະ ດຽວກັນ ເຈົ້າໜ້າທີ່ລາວ ໄດ້ຂອບໃຈ ຣັຖບານ ແລະ ປະຊາຊົນ ວຽດນາມ ທີ່ໄດ້ ຊ່ອຍເຫລືອລາວ ໃນອະດີດ ໂດຍສະເພາະ ແມ່ນ ການປ້ອງກັນຊາດ ແລະ ຮັກສາ ຄວາມສງົບ ການພັທນາ ເສຖກິດ ສັງຄົມ ແລະ ການສຶກສາ.
ແລະ ມາເຖິງ ປັດຈຸບັນນີ້ ທາງແຂວງຫົວພັນ ຈະເນັ້ນໃສ່ ການພັທນາ ກະສິກັມ ແລະ ການທ່ອງທ່ຽວ ພ້ອມກັບ ເປີດເສັ້ນທາງ ຣົຖໂດຍສານ ເຊື່ອມຕໍ່ ຈາກ ຊໍາເໜືອ ໄປຫາ ແຂວງ ທັນຮົວ ຂອງວຽດນາມ.