ຫລັກຫມາຍເຂດແດນ ລາວ-ວຽດນາມ
2010.09.06
ເຈົ້າຫນ້າທີ່ ແຂວງຊາຍແດນ ພາກກາງວຽດນາມ
ແຂວງກວາງຈີ ແລະ ແຂວງສາຣະວັນ ສປປລາວ ໄດ້ເລີ້ມ ລົງມື ສ້າງຫລັກຫມາຍເຂດ ແດນຂນາດໃຫຍ່ ຫລັກທີ 635 ຣະຫວ່າງສອງແຂວງ ຂຶ້ນໃນວັນທີ
3 ກັນຍາ.
ຫລັກຫມາຍຊາຍແດນ ເລກທີ 635 ດັ່ງກ່າວ ແມ່ນຕັ້ງຢູ່ ບໍຣິເວນ ດ່ານເຂົ້າອອກ ຣະຫວ່າງສອງ ປະເທດທີ່ ບ້ານລາເລ ເຂດຊຸມຊົນໂຫງ້ ເມືອງດັກຈຶງ ແຂວງກວງຈີ ການກໍ່ສ້າງ ຄາດວ່າ ຈະສໍາເຣັດ ໃນວັນທີ 2 ທັນວາ.
ເລີ້ມແຕ່ປີ 2008 ເປັນຕົ້ນມາ ແຂວງກວາງຈີ
ສໍາເຣັດການ ປັກຫລັກຫມາຍ ເຂດແດນກັບ ແຂວງ ສາຣະວັນແລ້ວ
22 ຫລັກ ໃນຈໍານວນ 62 ຫລັກ.
ແຂວງດັ່ງກ່າວ ຍັງມີແຜນການ ຈະປັກຫລັກ ຫມາຍເຂດແດນ ເພີ້ມ ອີກ
14 ຫັລກ ກັບລາວ ເລິ້ມແຕ່ນີ້ໄປ
ຈົນຮອດທ້າຍປີ.
ຕາມແຜນການ ທີ່ໄດ້ວາງໄວ້ ແຂວງກວາງຈີ ຈະປັກຫລັກ ຫມາຍເຂດແດນ ຂນາດໃຫ່ຍ 2 ຫລັກ ຂນາດກາງ 26 ຫລັກ ແລະຂນາດນ້ອຍ ໃຫ້ແລ້ວ 34 ຫລັກ ໃນຣະຍະ ທາງຍາວປະມານ 206 ກິໂລແມດ ຂອງຊາຍແດນ ຣະຫວ່າງ ແຂວງສາຣະວັນ ກັບ ແຂວງກວາງຈີ.