ກາຣກູ້ຣະເບີດໃນລາວ ອາຈສໍາເຣັຈ ພາຍໃນສິບປີ
2010.02.19
ທາງກາຣ ສປປລາວ ໄດ້ຮ່ວມປະຊຸມ ກັບເຈົ້າໜ້າທີ່ ອົງກາຣ ພັທນາ ສະຫະປະຊາຕ ຫລື UNDP ຢູ່ນະຄອນຫລວງ ວຽງຈັນ ໃນມື້ວັນທີ່ 18 ກຸມພາ ນີ້ ກ່ຽວກັບ ກາຣຕຣຽມ ກອງປະຊຸມ ສະມາຊິກ ຣັຖພາຄີ ທີ່ທາງກາຣລາວ ຮັບເປັນເຈົ້າພາບ ໃນເດືອນສິງຫາ 2010 ນີ້ ໂດຽຈະມີຜູ້ ຕາງໜ້າ ຣັຖບາລ ຈາກບໍ່ຕໍ່າກວ່າ 100 ປະເທສເຂົ້າຮ່ວມ.
ຍານາງ Sonam Yangchen Rana ເຈົ້າໜ້າທີ່ ຈາກອົງກາຣ ສະຫະປະຊາຊາຕ ປະຈຳລາວ ໄດ້ເນັ້ນຄາວ ທີ່ກ່າວເປີດ ກອງປະຊຸມ ວ່າ ໃນເມື່ອມີກາຣ ປະຕິບັຕ ຕາມ ສົນທິສັນຍາ ທີ່ມີກາຣ ໃຫ້ສັຕຍາບັນ ນັ້ນ ເຊື່ອວ່າໂຄງກາຣ ເກັບກູ້ຣະເບີດ ທີ່ບໍ່ທັນແຕກ ຫລື UXO ທີ່ເປັນ ອັນຕຣາຍ ຫລາຍທີ່ສຸດ ໃນເມືອງລາວ ຄົງຈະແລ້ວ ສຳເຣັຈ ເປັນທີ່ຮຽບຮ້ອຍ ພາຍໃນ 10 ປີ ຂ້າງໜ້ານີ້.
ໃນຂນະດຽວກັນ ນີ້ ທາງເຈົ້າໜ້າທີ່ ອົງກາຣພັທນາ ສະຫະປະຊາຊາຕ ໄດ້ກ່າວແຈ້ງ ເພີ່ມວ່າ ກາຣທີ່ ລາວ ເປັນເຈົ້າພາບ ກອງປະຊຸມ ຣະດັບຊາຕ ເປັນປະຫວັຕກາຣ ດັ່ງກ່າວ ຍິ່ງຈະເຮັດໃຫ້ ອົງກາຣຈັດຕັ້ງ ທັ້ງພາຄຣັຖ ແລະ ເອກຊົນສາກົລ ໃຫ້ຄວາມສົນໃຈ ຂອງບັນຫາ ຣະເບີດບ໋ອມບີ໋ ໃນທົ່ວປະເທສ ຫລາຍເພີ່ມຂຶ້ນ.
ຢ່າງໃດກໍຕາມ ໃນກາຣກະຕຣຽມ ກາຣປະຊຸມ ວ່າດ້ວຍກາຣ ຍຸຕິ ກາຣໃຊ້ຣະເບີດ ດັ່ງກ່າວນີ້ ທາງອົງກາຣ UNDP ກໍໃຫ້ ງົບປະມານ ຊ່ວຍເຫລືອ ທາງກາຣລາວ ບໍ່ຕໍ່າກວ່າ 750,000 ດອລລາຣ໌ ສະຫະຣັຖ ພ້ອມຍັງຈະຊ່ວຍ ຝຶກອົບຮົມ ເຈົ້າໜ້າທີ່ ກ່ຽວຂ້ອງຂອງລາວ ໃນກາຣຈັດ ແລະ ບໍຣິຫາຣ ກາຣປະຊຸມ ນຳດ້ວຍ.