ຜູ້ນຳມົ້ງວ່າສະຫະຣັຖ ເມີນເສີຽເວລາ ມົ້ງຖືກສົ່ງກັບ
2010.01.12
ໃນມື້ວັນທີ່ 18 ທັນວາ ທາງທຳນຽບຂາວ ໄດ້ນຳເອົາແຖລງກາຣ ຂອງທ່ານ Barack Obama ປະທານາທິບໍດີ ສະຫະຣັຖ ອອກເຜີຽແພ່ ໃຫ້ສື່ມວລຊົນໄດ້ຮູ້ ທີ່ຜູ້ນຳ ສະຫະຣັຖ ໄດ້ອວຍໄຊໃຫ້ພອນ ແດ່ຊາວມົ້ງເນື່ອງ ໃນວາຣະງານກິນຈຽງ ຫລື ງານສເລີມສລອງ ບຸນປີໃໝ່ ຂອງຊາວລາວມົ້ງ ທີ່ອາສັຍຢູ່ທຸກຣັຖທົ່ວ ສະຫະຣັຖ ອະເມຣິກາ.
ໃນມື້ວັນທີ່ 28 ທັນວາ ທາງກາຣໄທຽ ກໍໄດ້ຈັດສົ່ງ ຊາວມົ້ງລາວ ຄືນໃຫ້ແກ່ທາງກາຣ ສປປລາວ ຢ່າງເປັນທາງກາຣ ໂດຽທີ່ທາງ ອົງກາຣ ນາໆຊາຕຕ່າງໆ ກໍບໍ່ຮູ້ຈັກນຳ ແຕ່ຢ່າງໃດ ເຮັດໃຫ້ຜູ້ນຳ ຂອງອົງກາຣຊາວມົ້ງ ໃນສະຫະຣັຖ ຫລາຍໆຄົນບໍ່ພໍໃຈ ແລະ ກ່າວຫາວ່າທາງກາຣ ສະຫະຣັຖ ບໍ່ເອົາໃຈໃສ່ ໃຫ້ຄວາມຊ່ວຍເຫລືອ ເຂົາເຈົ້າເທົ່າທີ່ຄວນ.
ທ່ານ ວອນວັງ (Vaughn Vang) ຜູ້ອຳນວຍກາຣ ອົງກາຣປົກປ້ອງ ສິທທິມະນຸສ ຊາວມົ້ງລາວ ທີ່ມີຫ້ອງກາຣຢູ່ ເມືອງ Green Bay ຣັຖ Wisconsin ວ່າ ຖ້າປະທານາທິບໍດີ Obama ຫລືທາງກະຊວງກາຣ ຕ່າງປະເທສ ຫາກໃຫ້ກາຣເຕືອນ ທາງເຈົ້າໜ້າທີ່ໄທຽ ບໍ່ໃຫ້ສົ່ງຊາວມົ້ງລາວ ໝວດສຸດທ້າຍຄືນ ໃຫ້ແກ່ທາງກາຣລາວ ນັ້ນ ເຊື່ອວ່າທາງກາຣໄທຽ ກໍບໍ່ສົ່ງເຊັ່ນກັນ.
ຄວາມຈິງແລ້ວ ຕລອດຣະຍະຜ່ານມາ ທາງກາຣສະຫະຣັຖ ພ້ອມດ້ວຍອົງກາຣ ສະຫະປະຊາຊາຕ ແລະ ອົງກາຣຈັດຕັ້ງສາກົລ ອື່ນໆ ຕ່າງກໍພຍາຍາມ ຕ້ານບໍ່ໃຫ້ ທາງກາຣໄທຽສົ່ງ ຊາວມົ້ງລາວ ດັ່ງກ່າວຄືນ ໃຫ້ແກ່ທາງກາຣລາວ ແຕ່ຢ່າງໃດ ແລະ ໃນເມື່ອເປັນເຊັ່ນນັ້ນ ກໍຍິ່ງເຮັດໃຫ້ຍາຕພີ່ນ້ອງ ຂອງເຂົາເຈົ້າ ທີ່ຕັ້ງຖິ່ນຖານໃໝ່ ໃນສະຫະຣັຖ ມີຄວາມເປັນຫ່ວງ ເພາະຢ້ານຈະບໍ່ມີ ຄວາມປອດພັຍ ໂດຽສະເພາະທີ່ມັກ ຈະອອກເປັນຂ່າວເລື້ອຽໆ ກ່ຽວກັບບັນດາ ຊາວມົ້ງລາວ ທີ່ຖືກສົ່ງກັບຄືນ ໃນເທື່ອກ່ອນ ທີ່ວ່າຍັງມີ ກາຣປາບປາມ ແລະ ຖືກປະຫັດປະຫາຣ ຈຶ່ງເຮັດໃຫ້ເຂົາເຈົ້າ ມີຄວາມຢ້ານກົວຕື່ມອີກ.