ທູດອະເມຣິກາ ປະຈໍາລາວ ຊ່ວຍເຫລືອແຂວງໃຕ້ ທີ່ປະສົພໄພ ນໍ້າຖ້ວມ
ຈຳປາທອງ
2009.10.29
2009.10.29
ສະຖານທູດ ສະຫະຣັດ ອະເມຣິກາ ປະຈຳລາວ ມີຄວາມຍິນດີ ທີ່ໄດ້ບໍລິຈາກ ເງິນຈຳນວນ 50,000ໂດລາ ສະຫະຣັດ ໃຫ້ແກ່ ສະພາກາຊາດລາວ ເພື່ອບັນເທົາຄວາມເດືອດຮ້ອນ ຂອງປະຊາຊົນ ໃນແຂວງທີ່ ປະສົບໄພນ້ຳຖ້ວມ ເຊັ່ນ: ແຂວງເຊກອງ, ແຂວງສາຣະວັນ ແລະ ແຂວງອັຕປື.
ພະຍຸເຂດຮ້ອນ ເກສນາ ໄດ້ກໍ່ໃຫ້ເກີດ ໄພນ້ຳຖ້ວມ ແລະ ໄດ້ສ້າງຄວາມເສັຍຫາຍ ໃຫ້ບ້ານເຮືອນຫລາຍຫລັງ ແລະທີ່ດິນປູກຝັງ ໃນພາກໃຕ້ ຂອງລາວ. ຜູ້ທີ່ຖືກປະສົບ ໄພນ້ຳຖ້ວມ ຕ້ອງການຄວາມຊ່ວຍດຫລືອ ທາງດ້ານ ສະບຽງອາຫານ, ນ້ຳ ແລະທີ່ຢູ່ອາໃສ ຮວມທັງການຊ່ວຍເຫລືອ ໃນການສ້ອມແຊມ ອາຄານຕ່າງໆ ທີ່ຖືກເປ່ເພ, ໂຄງສ້າງພື້ນຖານ ແລະ ທີ່ດິນປູກຝັງ.
ສະຖານທູດ ສະຫະຣັດ ອະເມຣິກາ ຮ່ວມກັບ ສະພາກາຊາດລາວ ສືບຕໍ່ຊ່ວຍເຫລືອ ໃນການບັນເທົາ ຄວາມເດືອດຮ້ອນ ຢູ່ພາກໃຕ້ຂອງລາວ ແລະຈະສືບຕໍ່ ຕິດຕາມເຫດການ ໃນພູມິພາກນີ້.