ສະຫະຣັຖແລະຈີນ ແຂ່ງຂັນກັນ ໃນເຂດເອເຊັຽສ່ຽງໃຕ້

ການແຂ່ງຂັນ ລະຫ່ວາງ ສະຫະຣັຖ-ຈີນ ບົ່ງບອກວ່າ ສປປລາວ ໄດ້ຮັບຜົນປໂຍດ.
ສົມເນ
2010.07.29

ການແຂ່ງຂັນ ລະຫ່ວາງ ສະຫະຣັຖ ອະເມຣິກາ ແລະຈີນ ບົ່ງບອກວ່າ ສປປລາວ ໄດ້ຮັບຜົນ ປໂຍດ. ອີງຕາມຂ່າວ ໜັງສືພິມ straight time ຂອງ ສິງກະໂປ ໂດຍ ນັກຂ່າວ ອາວຸໂສ ທ່ານ Bruce Gale.

ທ່ານເລີ້ມຕົ້ນ ວ່າ ສປປລາວ ເປັນປະເທດ ນ້ອຍໆ ພູມີປະເທດ ປິດລ້ອມ ບໍ່ຕິດກັບ ທະເລ ປາກົດວ່າ ຈະເປັນນື່ງ ໃນຈໍານວນ ປະເທດ ສໍາຄັນທີ່ສຸດ ທີ່ໄດ້ຮັບ ປໂຍດ ຈາກນະໂຍບາຍ ຮື້ຟື້ນ ຄວາມສົນໃຈ ໃນເອເຊັຽ ຄືນໃໝ່ຂອງ ສະຫະຣັຖ ອະເມຣິກາ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້.

ທ່ານຂຽນຕໍ່ ໄປວ່າ ໃນຕົ້ນເດືອນ ກໍຣະກະດາ ນີ້ ຣັຖມົນຕຣີ ການຕ່າງ ປະເທດ ສປປລາວ ທ່ານ ທອງລຸນ ສີສຸລິດ ໄດ້ເດີນທາງໄປ ນະຄອນຫລວງ ວໍຊິງຕັນ ເພື່ອພົບ ປະກັບ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ມາດາມ Hillary Clinton.

ການຢ້ຽມຢາມ ຂອງທ່ານ ທອງລຸນ ຄັ້ງນີ້ ເປັນການຕິດຕໍ່ ພົວພັນ ຣະດັບ ສູງສຸດ ລະຫ່ວາງ ຣັຖບານ ສອງປະເທດ ນັບແຕ່ສົງຄາມ ວຽດນາມ ໄດ້ສິ້ນສຸດລົງ ໃນກາງປີ 1970. ການພົບປະ ມີຂື້ນ ຫລັງຈາກມີ ຄວາມສໍາພັນ ອັນອົບອຸ່ນທາງ ດ້ານການທູດ ພາຍໃຕ້ ຣັຖບານຂອງ ປະທານາທິບໍດີ ບາຣັກ ໂອບາມາ ໃນລະຫວ່າງ ກາງເດືອນ ມີຖຸນາ ໃນປີຜ່ານມາ ຊື່ງໃນ ເວລານັ້ນ ສປປລາວ ແລະ ກໍາພູຊາ ຖືກ ສະຫະຣັຖ ເອົາຊື່ອອກ ຈາກບັນຊີດໍາ ທີ່ສະຫະຣັຖ ຈໍາກັດ ການຊ່ວຍເຫລືອ ດ້ານການເງິນ ແກ່ບໍຣິສັດ ຕ່າງໆຂອງ ອະເມຣິກາ ທີ່ເຮັດ ທຸຣະກິດ ກັບສອງ ປະເທດນັ້ນ.

ໃນເວລາ ຢ້ຽມຢາມນັ້ນ ທ່ານ ທອງລຸນ ແລະມາດາມ ຄລິນຕັນ ໄດ້ລົງນາມ ຂໍ້ຕົກລົງ ເປີດນ່ານຟ້າ ຊືງທາງການ ເຫັນວ່າ ຈະຊຸກຍູ້ ອຸດສາຫະກັມ ການທ່ອງທ່ຽວ ໃນລາວ ໃຫ້ກ້າວໜ້າຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.