ລາວເຊັນສົນທິສັນຍາ ສິທທິມະນຸສ
2010.09.24
ກົດຟັງສຽງ
ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ການຕ່າງປະເທດ ສປປລາວ ລົງນາມ ໃນສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການ ຫ້າມທໍຣະມານ ແລະ ລົງໂທດ ຢ່າງໂຫດຮ້າຍ ຕໍ່ໍ່ຜູ້ຕ້ອງສົງໄສ ແລະ ນັກໂທດ ຊຶ່ງເປັນ ສົນທິສັນຍາ ສະບັບນຶ່ງ ກ່ຽວກັບການ ນັບຖື ສິດທິມະນຸດ. ທ່ານ ທອງລຸນ ສີສຸດລົງ ລົງນາມໃນ ສົນທິສັນຍາ ດັ່ງກ່າວ ໃນເວລາໄປຮ່ວມ ກອງປະຊຸມ ສະຫະປະຊາຊາດ ຢູ່ນະຄອນ ນິວຢ໊ອກ ສະຫະຣັຖ ອະເມຣິກາ ເມື່ອວັນທີ່ 21 ກັນຍານີ້.
ກະຊວງການ ຕ່າງປະເທດ ສປປລາວ ອອກຖແລງການ ແຈ້ງວ່າ ສົນທິສັນຍາ ທີ່ ສປປລາວ ຫາກໍລົງນາມ ໄປນັ້ນ ເປັນສົນທິສັນຍາ ກ່ຽວກັບການ ນັບຖື ສິດທິມະນຸດ ສະບັບທີ່ 9 ທີ່ຣັຖບານລາວ ໄດ້ລົງນາມໄປ ແລະ ການລົງນາມ ໃນສົນທິສັນຍາ ເຫລົ່ານີ້ ສະແດງໃຫ້ເຫັນວ່າ ຣັຖບານ ສປປລາວ ເຄົາຣົບນັບຖື ສິດທິມະນຸດ ຢ່າງເຕັມທີ່. ແຕ່ກະຊວງການ ຕ່າງປະເທດ ສະຫະຣັຖ ອອກຣາຍງານ ກ່ຽວກັບ ສະພາບການ ນັບຖື ສິດທິມະນຸດ ຢູ່ລາວ ເມື່ອເດືອນ ມິນາ ປີນີ້ວ່າ ຣັຖບານ ສປປລາວ ຍັງບໍ່ຍອມເປີດ ໂອກາດ ໃຫ້ປະຊາຊົນ ມີສິດ ໃນການປ່ຽນແປງ.
ຣັຖບານລາວ ຍັງກັກຂັງ ນັກໂທດຢ່າງ ໂຫດຮ້າຍ ແລະ ເປັນໄພອັນຕະຣາຍ ຕໍ່ຊີວິດຂອງ ພວກເຂົາຢູ່ ຍັງບໍ່ເຄົາຣົບ ສິດທິ ໃນການປາກເວົ້າ ອອກຂ່າວ ໂຮມຊຸມນຸມ ແລະຈັດຕັ້ງ ສະມາຄົມ ອົງການ ຍັງຈຳແນກສິດທິ ຂອງບັນດາຊົນເຜົ່າ ກຸ່ມນ້ອຍ ແລະຄົນງານ. ເຈົ້າໜ້າທີ່ທ້ອງຖິ່ນ ຍັງຈຳກັດ ສິດເສຣີພາບ ໃນການນັບຖື ສາສນາ. ສປປລາວ ມີກົດໝາຍ ຫ້າມທໍຣະມານ ແຕ່ໃນສະພາບ ຄວາມເປັນຈິງ ເຈົ້າໜ້າທີ່ ຕຳຣວດ ແລະ ກຳລັງຮັກສາ ຄວາມປອດໄພ ຍັງທາລຸນ ນັກໂທດ ຢ່າງໜັກ ໂດຍສະເພາະ ນັກໂທດທີ່ມີ ສ່ວນພົວພັນ ກັບການເມືອງ ໂດຍໄດ້ທຸບຕີ ກັກຂັງ ຢູ່ຫ້ອງມືດ ແລະ ຫລາຍຄົນຖືກໃສ່ ກັບມື ແລະ ລ່າມໂສ້. ຫ້ອງກັກຂັງ ໃນຄຸກ ກໍແອອັດ ແລະ ທຸກຍາກຂາດເຂີນ ເກືອບວ່າ ບໍ່ມີການ ຮັກສາ ສຸຂພາບເລີຍ.