ເດັກນ້ອຍລາວ ຂາດເຂີນອາຫານ
2010.09.20
ເດັກນ້ອຍລາວ ທີ່ຂາດເຂີນ ອາຫານ ທີ່ສຸດແມ່ນ ເດັກນ້ອຍທີ່ອາໄສ ຢູ່ສາມແຂວງ ໃນພາກໃຕ້ ຂອງລາວ ທີ່ໄດ້ຮັບຜົນ ກະທົບຢ່າງໜັກ ຈາກລົມພະຍຸ ເກສນາ ແລະ ນ້ຳຖ້ວມ ເມື່ອສອງປີກ່ອນ. ເມື່ອເດືອນພຶສພາ ແລະ ມິຖຸນາ ປີນີ້ ຫ້ອງການ ສະຖິຕິ ຂອງລາວ ແລະຢູນີເຊັບ ໄດ້ຮ່ວມກັນສຶກສາ ສຳຣວດ ເບິ່ງເດັກນ້ອຍ ຢູ່ໃນເກົ້າແຂວງ ຂອງລາວ; ຜົນປະກົດວ່າ ເດັກນ້ອຍລາວ ຂາດເຂີນອາຫານ ທັງໃນດ້ານ ຄຸນນະພາບ ແລະປະຣິມານ; ເດັກນ້ອຍລາວເຖິງ 19 ສ່ວນຮ້ອຍ ຂາດເຂີນອາຫານ ຢ່າງຮຸນແຮງ ຢູ່ແຂວງ ສາຣະວັນ ຊຶ່ງໄດ້ຮັບຜົນ ກະທົບຈາກ ລົມພະຍຸເກສນາ ຢ່າງໜັກ ເມື່ອປີ 2008. ເດັກນ້ອຍຢູ່ ແຂວງເຊກອງ ບໍ່ເຕີບໃຫຍ່ ຂຍາຍຕົວ; ໂດຍທົ່ວໄປ ເດັກນ້ອຍລາວ ເຖິງນຶ່ງສ່ວນສາມ ເປັນໂຣກຂາດອາຫານ ແລະເລືອດຈາງ. ດຣ. ດາຣາພອນ ສິດທິເດດ ກ່າວວ່າ ຈາກການສຳຣວດ ເທື່ອນີ້ ຢູນີເຊັບ ເຫັນວ່າ ເດັກນ້ອຍລາວ ຍັງຂາດເຂີນ ອາຫານ ຢ່າງໜ້າເປັນຫ່ວງ.
ຢູນີເຊັບ ຣາຍງານຜົນ ຂອງສຶກສາ ສຳຣວດນັ້ນວ່າ ນອກຈາກໄດ້ ຮັບຜົນກະທົບ ຈາກລົມພະຍຸແລ້ວ ຊາວລາວ ຍັງປະສົບກັບ ໄພແຫ້ງແລ້ງ ຝົນຕົກບໍ່ ສມ່ຳສເມີ ເປັນເຫດ ໃຫ້ຜົນຜລິດ ຕົກຕ່ຳ. ປັດຈຸບັນ ຣັຖບານ ສປປລາວ ມີໂຄງການ ອັນຮີບດ່ວນ ເພື່ອແກ້ໄຂ ບັນຫາ ການຂາດເຂີນ ອາຫານ ສຳຣັບເດັກນ້ອຍ ກວ່າສອງແສນຄົນ.
ໂຄງການດັ່ງກ່າວ ຈະຝຶກອົບຮົມ ອາສາສມັກ ແລະ ພະນັກງານ ການແພດເພື່ອແຈກຢາຍ ອາຫານຝຸ່ນ ທີ່ເປັນ ອາຫານເສີມ ແລະ ຈະຣະດົມ ຜູ້ຍິງລາວ ໃຫ້ລູກກິນນົມ ແມ່.
ທ່ານ Timothy Schaffter ຜູ້ຕາງໜ້າ ຢູນີເຊັບ ປະຈຳລາວ ກ່າວວ່າ ການຂາດເຂີນ ອາຫານ ຂອງເດັກນ້ອຍລາວ ເປັນເຣື່ອງທີ່ ໜ້າວິຕົກກັງວົນ; ແຕ່ກໍຍັງດີທີ່ ປັດຈຸບັນ ຣັຖບານ ກຳລັງເອົາ ໃຈໃສ່ ແກ້ໄຂບັນຫາ ດັ່ງກ່າວ.